ສານ​ຂອງ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ ຮສສ ປະ­ທານ​ຄະ­ນະ​ກຳ­ມະ­ການປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ

18.10.2019 9:22     

(ເນື່ອງ​ໃນ​ໂອ​ກາດ​ວັນ​ຄຸ້ມ​ຄອງ​ໄພ​ພິ​ບັດ​ອາ​ຊຽນ ແລະ ວັນ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ສາ​ກົນ, 13 ຕຸ​ລາ 2019 ໃນ​ຄຳ​ຂວັນ «ຂ້າມ​ຜ່ານ​ການ​ຟື້ນ​ຟູ​ຫຼັງ​ໄພ​ພິ​ບັດ​ສູ່​ຄວາມ​ເຂັ້ມ​ແຂງ»

   ບັນດາ​ທ່ານ​ເພື່ອນ​ມິດ​ສະຫາຍ, ປະຊາຊົນ​ບັນ ດາເຜົ່າ​ທຸກ​ຖ້ວນ​ໜ້າ,

   ດັ່ງ​ທີ່​ພວກ​ເຮົາ​ຊາບ​ນໍາ​ກັນ​ແລ້ວ​ວ່າ ໃນ​ຫຼາຍ​ປີ ຜ່ານມາ​ຈົນ​ຮອດ​ປັດຈຸບັນ, ບັນຫາ​ໄພພິບັດ ແລະ ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ເປັນຕົ້ນ: ໄພ​ນໍ້າ​ຖ້ວມ, ແຜ່ນ ດິນ​ໄຫວ, ຄື້ນ​ສຶນາ​ມິ, ລົມ​ພາຍຸ​ພັດອື່ນໆ ໄດ້​ກາຍເປັນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງຕໍ່​ພາກ​ພຶື້ນ ແລະ ສາກົນ ເພາະ​ບັນຫາ​ໄພພິບັດ​ດັ່ງກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ແລະ ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ສ້າງ​ຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ ຕໍ່​ສຸຂະພາບ, ຊີວິດ, ຊັບ​ສິນ​ຂອງ​ລັດ, ລວມ​ໝູ່, ປະຊາຊົນ, ເສດຖະກິດ ແລະ ການ​ດໍາ​ລົງ​ຊີວິດ​ຂອງ​ຄົນ​ໃນ​ສັງຄົມ ທັງ​ໃນ​ໄລຍະ​ສັ້ນ ແລະ ໄລຍະ​ຍາວ. ພ້ອມ​ນີ້, ບັນຫາ​ໄພພິບັດ ຍັງ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ລະບົບ​ນິເວດ​ວິທະຍາ ແລະ ທໍາ​ມະ​ຊາດ ​- ​ສິ່ງແວດລ້ອມ; ທັງ​ເປັນ​ອຸປະສັກ, ສິ່ງ​ກີດຂວາງ​ຖ່ວງ​ດຶງ​ຄວາມ​ກ້າວໜ້າ​ໃນ​ການ​ພັດທະນາ ຂອງບັນດາ​ປະເທດ​ໃນ​ໂລກ ແລະ ແນວ​ໂນ້ມບັນຫາ​ດັ່ງກ່າວຍັງ​ຈະ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ແລະ ເປັນ​ໄພ​ຂົ່ມຂູ່​ຕໍ່​ປະຊາ​ຄົມ​ໂລກ​ໃນ​ຊຸມ​ປີ​ຕໍ່​ໜ້າ.ບັນຫາ​ຜົນ​ກະທົບ​ຂອງ​ໄພພິບັດ​ດັ່ງກ່າວ ຍັງ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ກຸ່ມ​ຜູ້​ດ້ອຍ​ໂອກາດ​ໃນ​ສັງຄົມ ເປັນຕົ້ນ ແມ່ຍິງ, ເດັກນ້ອຍ, ຜູ້​ອາຍຸ​ສູງ ແລະ ຜູ້​ພິການຢູ່​ໃນ​ຄອບຄົວ​ທີ່​ທຸກ​ຍາກ ຍິ່ງ​ເພີ່ມ​ຄວາມ​ຫຍຸ້ງຍາກລໍາ​ບາກ​ໃຫ້​ແກ່​ເຂົາ​ເຈົ້າ.

   ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ປັດຈຸ​ບັນ, ປະຊາ​ຄົມ​ໂລກ ເວົ້າ​ລວມ, ເວົ້າ​ສະເພາະ ປະຊາ​ຄົມ​ອາ​ຊຽນ, ເຫັນ​ໄດ້​ເ​ຖິງ​ຄວາມ​ອັນຕະລາຍ ແລະ ຜົນ​ກະທົບ ຂອງ​ໄພພິບັດ ທັງ​ຈາກ​ທໍາ​ມະ​ຊາດ ແລະ ມະນຸດ​ເປັນ​ຜູ້​ສ້າງ​ຂຶ້ນ​ມາ ຈຶ່ງ​ໄດ້​ນຳ​ເອົາ​ບັນຫາ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ແລະ ການ​ຄຸ້ມ​ຄອງ​ໄພພິບັດ ເປັນ​ບັນຫາ​ສຳຄັນ ແລະ ເປັນ​ບຸລິມະສິດ​ຫຼັກ ໃນ​ເວທີ​ລະດັບ​ໂລກ ແລະ ລະດັບ​ພາກ​ພື້ນ ເພື່ອ​ຮ່ວມ​ກັນ​ຊອກ​ຫາ​ທຸກ​ຊ່ອງ​ທາງ ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ຢ່າງ​ຈິງ​ຈັງ ແລະ ເປັນ​ລະ​ບົບ. ການ​ຮັບຮອງ​ເອົາ​ບັນດາ​ນິຕິ​ກຳ ກ່ຽວ​ກັບ ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ຂອງ ບັນດາ​ຜູ້ນຳ​ໂລກ ເຊັ່ນ: ສັນຍາ​ປາ​ຣີ ວ່າ​ດ້ວຍ​ການ​ປ່ຽນແປງ​ທາງ​ດິນ​ຟ້າ​ອາກາດ, ຊຶ່ງ​ຖືກ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະ​ຊາຊາດ ຄັ້ງ​ທີ 70 ທີ່ ນິວ​ຢອກ ແລະ ການ​ຮັບຮອງ​ເອົາ ຂອບ​ແຜນ​ງານ​ເຊັນ​ໄດ ວ່າ​ດ້ວຍການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ໃນ​ກອງ​ປະຊຸມ​ໂລກ ວ່າ​ດ້ວຍ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ຄັ້ງ​ທີ 3 ໃນ​ປີ 2015 ທີ່ ປະເທດ​ຍີ່ປຸ່ນ ຊຶ່ງ​ຂອບ​ແຜນ​ວຽກ​ດັ່ງກ່າວ ໄດ້​ເປັນ​ທິດ​ທາງ ແລະ ບ່ອນ​ອີງ​ອັນ​ສຳຄັນ ໃນ​ການ​ປະສານ​ງານ ແລະ ຈັດ​ຕັ້ງ​ປະຕິບັດ​ຮ່ວມ​ກັນ ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ໄປ​ຄຽງ​ຄູ່​ກັບ​ຍຸດທະສາດ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ຈົນ​ຮອດ​ປີ 2030.

   ໃນ​ຂອບ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ​ຂອງ​ອາ​ຊຽນ ກໍໄດ້​ມີ​ຫຼາຍ​ນິຕິ​ກໍາ ທີ່​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື ແລະ ດຳເນີນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ເຊັ່ນ: ສັນຍາ​ອາ​ຊຽນ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພພິບັດ ແລະ ການ​ຕອບ​ໂຕ້​ຕໍ່​ເຫດການ​ສຸກເສີນ (AADMER) ຊຶ່ງ​ເອກະສານ​ສັນຍາ​ດັ່ງກ່າວ ແມ່ນ​ໄດ້​ເຊັນ​ຮັບຮອງ​ເອົາ​ຢູ່ ສປປ ລາວ ໃນ​ປີ 2005,ມີ​ຍຸດທະສາດ ແລະ ວິ​​ໄສ​ທັດ​ດ້ານ​ການ​ຄຸ້ມ​ຄອງ​ໄພພິບັດ​ຮອດ​ປີ 2025, ມີ​ແຜນ​ປະຕິບັດ​ງານ​ສັນຍາ​ອາ​ຊຽນ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພພິບັດ ແລະ ການ​ຕອບ​ໂຕ້​ຕໍ່​ເຫດການ​ສຸກ​ເສີນ 2016-2020 ແລະ ຖະແຫຼງການ​ອາ​ຊຽນ ວ່າ​ດ້ວຍ ການ​ຮ່ວມ​ມື​ກັນ​ເປັນ​ໜຶ່ງ​ດຽວ​ໃນ​ການ​ຕອບ​ໂຕ້​ໄພພິບັດ ຊຶ່ງ​ຖືກ​ຮັບຮອງ​ເອົາ​ໂດຍ ບັນດາ​ຜູ້ນຳ​ອາ​ຊຽນ ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 28-29 ທີ່ ສປປ ລາວ; ພ້ອມ​ນີ້, ກໍມີ​ສູນ​ປະສານ​ງານ​ອາ​ຊຽນ ເພື່ອ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ (AHA Center) ເຮັດ​ໜ້າທີ່​ບົດບາດ ເປັນ​ສູນ​ກາງ​ຊ່ວຍເຫຼືອ​ດ້ານ​ການ​ຮ່ວມ​ມື ແລະ ປະສານ​ງານ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ​ໃນ​ການ​ກຽມພ້ອມ ແລະ ຊ່ວຍເຫຼືອ​ຕອບ​ໂຕ້​ສຸກ​ເສີນ ລວມ​ທັງ​ການ​ປະສານ​ງານ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ເປັນຕົ້ນອົງການ ສປຊ ແລະ ອົງການ​ຈັດ​ຕັ້ງ​ສາກົນ ໃນ​ການ​ສົ່ງເສີມ​ການ​ຮ່ວມ​ມື​ໃນ​ລະດັບ​ພາກ​ພື້ນ ກ່ຽວ​ກັບ​ການ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ ແລະ ການ​ຄຸ້ມ​ຄອງ​ໄພພິບັດ. ພ້ອມ​ນີ້, ອາ​ຊຽນ​ຍັງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ບັນດາ​ປະເທດ​ອາ​ຊຽນ​ບວກ​ສາມ ແລະ ປະເທດ​ຄູ່​ເຈລະຈາ ທາງ​ດ້ານ​ບົດຮຽນ, ປະສົບ​ການ, ເຕັກນິກ​ວິຊາ​ການ, ວັດ​ຖຸ​-​ອຸປະກອນ​ຕ່າງໆ ແລະ ທຶນຮອນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ ຊຶ່ງ​ເຫັນ​ໄດ້​ວ່າ ມີ​ຄວາມ​ຄືບ​ໜ້າ ແລະ ເປັນ​ຮູບ​ປະ​ທໍາ​ຫຼາຍ​ຂຶ້ນ.

   ສະເພາະ​ຢູ່ ສປປ ລາວ ຂອງພວກ​ເຮົາ ກໍຄືບັນດາ​ປະ ເທດ​ໃນ​ຂົງເຂດອາ​ຊີ​-​ປາ​ຊີ​ຟິກ ກໍໄດ້​ຮັບ​ຜົນ​ກະທົບ​ຢ່າງ ໜັກໜ່ວງ ຈາກ​ໄພ​ພິບັດ​ທໍາ​ມະ​ຊາດ​ທີ່​ມີສາເຫດ​ມາ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ເປັນຕົ້ນແມ່ນໄພ​ນໍ້າ​ຖ້ວມ, ດິນ​ເຈື່ອນ, ແຫ້ງແລ້ງ, ລົມ​ພາຍຸ​ພັດ, ສັດຕູ​ພືດ, ອື່ນໆ. ໄພພິບັດ​ດັ່ງກ່າວ ນັບ​ແຕ່​ປີ 2000 ເປັນຕົ້ນ​ມາກໍໄດ້​ເກີດ​ຂຶ້ນ​ທຸກໆ​ປີ ແລະ ມີ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ, ສ້າງ​ຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຫຼວງຫຼາຍ​ຕໍ່​ສຸຂະພາບ, ຊີວິດ, ຊັບ​ສິນ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງ​ປະເທດ, ເປັນຕົ້ນແມ່ນ​ເຫດການ​ໄພ​ພິບັດ​ນໍ້າ​ຖ້ວມ​ເກີດ​ຂຶ້ນ​ໃນ​ປີ 2018 ທີ່​ຜ່ານ​ມາ ຖື​ວ່າ​ເປັນ​ຄັ້ງ​ປະຫວັດສາດ ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮຸນ​ແຮງ​ແລະ ໜັກໜ່ວງ​ຈາກ​ໄພ​ນໍ້າ​ຖ້ວມ ທັງ​ສາເຫດ​ມາ​ຈາກ​ທໍາ​ມະ​ຊາດ ແລະ ມະນຸດ​ເປັນ​ຜູ້​ສ້າງ​ຂຶ້ນ, ເຮັດ​ໃຫ້​ປະຊາຊົນ​ຕ້ອງເສຍ​ຊີວິດ​ເປັນ​ຈໍາ​ນວນ​ຫຼາຍ, ໂຄງ​ລ່າງ​ພື້ນຖານ​ດ້ານ​ເສດຖະກິດ, ສັງຄົມ ແລະ ສິ່ງ ແວດລ້ອມ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ 3 ພັນ​ຕື້​ກີບ, ລັດຖະບານ​ຕ້ອງ​ໄດ້​ນໍາ​ໃຊ້​ງົບປະມານ​ຫຼວງຫຼາຍ​ເຂົ້າ​ໃນ​ການ​ແກ້​ໄຂ ທັງ​ໄລຍະ​ສຸກ​ເສີນ ແລະ ຟື້ນ​ຟູ​ຄືນ​ຫຼັງ​ໄພ​ພິບັດ. ຕົກ​ມາ​ໃນ​ປີ 2019 ນີ້, ໃນ​​ໄລຍະ​ທີ່​ປະເທດ​ຂອງ​ພວກ​ເຮົາ​ກໍາ​ລັງ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ກໍຄືໄລຍະ​ການ​ເລັ່ງ​ປະຕິບັດ​ຟື້ນ​ຟູ​ຄືນ​ຫຼັງ​ໄພ​ນໍ້າ​ຖ້ວມ​ປີ 2018, ໃນ​​ໄລຍະ​ເດືອນກໍລະກົດ ຫາ ຕົ້ນ​ເດືອນ​ກັນຍາ ປີ 2019 ທີ່​ຜ່ານມາຫວ່າງ ມໍ່ໆ​ນີ້ ກໍໄດ້​ເກີດ​ເຫດການ​ໄພ​ນໍ້າ​ຖ້ວມ ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ສຸຂະພາບ, ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ, ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ສິບ​ພັນ​ຄົນ​ຂາດ​ທີ່ຢູ່​ອາ​ໄສ ແລະ ຕ້ອງ​ໄດ້​ຍົກຍ້າຍ​ໄປ​ບ່ອນ​ທີ່​ປອດ​ໄພ​ຊົ່ວຄາວ, ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ທີ່​ການ​ຜະລິດ​ກະ​ສິ​ກໍາ, ໂຄງ​ລ່າງ​ດ້ານ​ເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງ​ນໍ້າ​ກິນ ນໍ້າ​ໃຊ້, ລະ​ບົນ​ສຸ​ຂະ​ອະນາ​ໄມ, ໄຟຟ້າ, ນໍ້າ​ປະປາ, ອື່ນໆ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ 1.300 ຕື້​ກີບ. ນອກຈາກ​ນີ້, ສປປ ລາວ ກໍແມ່ນ​ປະເທດ​ໜຶ່ງ​ທີ່​ຍັງ​ບໍ່​ທັນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ແລະ ເປັນ​ປະເທດ​ທີ່​ຖືກ​ຄຸກຄາມ​ຈາກ​ໄພພິບັດ ທໍາ​ມະ​ຊາດ​ທີ່ມີ​ສາເຫດ​ມາ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ເກີດ​ຂຶ້ນ ຊໍ້າ​ແລ້ວ​ຊໍ້າ​ອີກ ເຮັດ​ໃຫ້ການ​ພັດທະນາ​ຂອງ​ປະເທດ​ຊາດ​ພົບ​ກັບ​ຄວາມ​ຫຍຸ້ງຍາກ​ເພີ່ມ​ຂຶ້ນ.

   ດັ່ງ​ບັນຫາ​ໄພພິບັດທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ, ລັດຖະບານ ສປປ ລາວ ໄດ້​ມີ​ຄວາມ​ຮັບ​ຮູ້​ສູງ ແລະ ໃຫ້​ຄວາມ​ສໍາ​ຄັນຕໍ່​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ, ໂດຍ​ສະເພາະໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຍຸດທະສາດ​ຫຼຸດຜ່ອນ​ໄພພິບັດ​ສາກົນ ແລະ ອາ​ຊຽນ ເຂົ້າ​ສູ່​ການ​ປະຕິບັດ​ຕົວ​ຈິງ​ຢູ່​ພາຍ​ໃນ​ປະເທດ ເປັນຕົ້ນ: ໄດ້​ເຊື່ອມ​ເອົາ​ວຽກ​ງານ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ເຂົ້າ​ໃນ​ແຜນ​ງານ ແລະ ໂຄງການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ທັງ​ຢູ່​ລະດັບ​ຊາດ ແລະ ທ້ອງຖິ່ນ, ເພີ່ມ​ທະວີ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ລະບົບ​ການ​ພະຍາກອນ ແລະ ການ​ເຕືອນ​ໄພ​ລ່ວງ​ໜ້າ, ຍົກ​ລະດັບ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ກົນ​ໄກ​ການຈັດຕັ້ງປະ ຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ໄພພິ ບັດ ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ ຖິ່ນ ໂດຍ​ສະເພາະຢູ່​ຊຸມ​ຊົນ​ຂັ້ນ​ບ້ານ, ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ສຶກສາ​ອົບຮົມ ແລະ ສ້າງ​ຈິດ​ສໍາ​ນຶກ​ຊຸມ​ຊົນທົ່ວ​ສັງ ຄົມ ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສ່ຽງ​ໄພພິບັດ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ກຽມພ້ອມ​ຮັບ​ມື​ກັບ​ໄພພິບັດ; ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ໄພພິບັດ ໂດຍ​ຖື​ເອົາ​ຫຼັກການ​ກໍ່ສ້າງ​ຄືນ​ໃໝ່​ໃຫ້​ດີກ​ວ່າ​ເກົ່າ (Build Back Better Principle) ເຂົ້າ​ໃນ​ຂະບວນ​ການ​ຟື້ນ​ຟູ ແລະ ກໍ່ສ້າງ​ຄືນ​ໃໝ່​ຫຼັງ​ໄພ​ພິບັດ. ພ້ອມ​ນີ້, ກໍຈະ​ສຸມ​ໃສ່​ປະຕິບັດ​ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ໂດຍ​ສະເພາະສຸມ​ໃສ່​ໃນ​ການ​ປົກ​ປັກ​ຮັກສາ​ປ່າໄມ້ ແລະ ພື້ນ​ທີ່​ສັນ​ປັນ​ນໍ້າ ຊຶ່ງ​ເປັນ​ມາດ​ຕະການ​ທີ່​ມີ​ປະສິດ​ທິ​ຜົນ ເພື່ອ​ຫຼຸດຜ່ອນ​ໄພພິບັດ​ຈາກ​ທໍາ​ມະ​ຊາດ ແລະ ຜົນ​ກະທົບ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາ​ກາດ. ພ້ອມ​ນີ້, ເຫັນ​ໄດ້​ບັນຫາ​ຜົນ​ກະທົບ​ຂອງ​ໄພພິບັດ ແລະ ຄວາມ​ສໍາ​ຄັນ​ໃນ​ການ​ກຽມພ້ອມ ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ໄພພິບັດ, ລັດຖະບານ ສປປ ລາວ ໄດ້​ສໍາ​ເລັດ​ສ້າງ​ກົດໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພພິບັດ ຊຶ່ງ​ໄດ້​ເຊັນ​ຮັບຮອງ ແລະ ປະກາດ​ໃຊ້ ຄັ້ງ​ວັນ​ທີ 5 ສິງຫາ 2019.

   ບັນດາ​ທ່ານ​ເພື່ອນ​ມິດ​ສະ ຫາຍ ທີ່​ມີ​ກຽດ​ທັງຫຼາຍ,

   ຍ້ອນ​ເຫດຜົນ ບັນຫາ​ຜົນ​ກະທົບ​ຂອງ​ໄພພິບັດ ແລະ ຄວາມ​ສໍາ​ຄັນ​ໃນ​ການ​ກຽມພ້ອມ, ປ້ອງ​ກັນ ແລະ ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ຈາກ​ໄພພິບັດ ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ກອງ​ປະຊຸມ​ລັດຖະມົນຕີ​ຄຸ້ມ​ຄອງ​ໄພພິບັດ​ອາ​ຊຽນ ປີ 2004 ໄດ້​ຮ່ວມ​ກັນ​ປຶກສາ​ຫາລື ແລະ ເອກະ​ພາບ​ກໍາ​ນົດ​ເອົາ​ອາທິດ​ທີ​ສອງ ຄື ວັນ​ທີ 13 ຂອງເດືອນຕຸລາ ໃນ​ທຸກໆ​ປີ ເປັນ​ວັນ​ຄຸ້ມ​ຄອງ​ໄພພິບັດ​ອາ​ຊຽນ ຊຶ່ງ​ເປັນ​ວັນ​ດຽວ​ກັນ​ກັບ ວັນ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ສາກົນ ທີ່​ສະມັດຊາ​ໃຫຍ່ ຂອງ​ອົງການ​ສະຫະ​ປະ ຊາຊາດ ໄດ້​ຮັບຮອງ​ເອົາ​ໃນ​ປີ 1989. ນັບ​ແຕ່​ປີ 2005 ເປັນຕົ້ນ​ມາ, ສປປ ລາວ ກໍ່​ຄື​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ກໍໄດ້​ຈັດ​ບັນດາ​ກິດ​ຈະ​ກໍາ​ເພື່ອ​ລະນຶກ​ເຖິງ​ວັນ​ດັ່ງກ່າວ ໂດຍ​ມີ​ຈຸດປະສົງ​ ເພື່ອ​ໂຄສະ ນາ​ປູກ​ຈິດ​ສໍາ​ນຶກ ໃຫ້​ແກ່​ສັງຄົມ, ການຈັດຕັ້ງ ແລະ ປະຊາຊົນ​ບັນດາເຜົ່າ ໄດ້​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈເຖິງ​ຄວາມ​ອັນຕະລາຍ, ຄວາມ​ສ່ຽງ ແລະ ຜົນ​ຮ້າຍ​ຂອງ​ໄພພິບັດ ກໍຄືຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຈາກ​ໄພພິບັດ ລວມ​ທັງ ຄວາມ​ສໍາ​ຄັນ​ຂອງ​ການ​ກຽມພ້ອມ, ປ້ອງ​ກັນ ແລະ ຫຼຸດຜ່ອນ​ຄວາມ​ສູນ​ເສຍ​ຈາກ​ໄພພິບັດ, ລວມ​ທັງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ດັ່ງ​ກ່າວ.

   ສໍາ​ລັບ​ປີ 2019 ນີ້, ອາ​ຊຽນ ໄດ້​ກໍາ​ນົດ​ເອົາ​ຄໍາ​ຂວັນ​ໃນ​ຫົວຂໍ້ "ຂ້າມ​ຜ່ານ​ການ​ຟື້ນ​ຟູ​ໄພພິບັດ​ສູ່​ຄວາມ​ເຂັ້ມແຂງ" - "Bridging Disaster Recovery to Resilience, ໄປ​ຄຽງ​ຄູ່​ກັບ​ຄໍາ​ຂວັນ​ຫົວຂໍ້ ຂອງວັນ​ຫຼຸດຜ່ອນ ຄວາມ​ສ່ຽງ​ໄພພິບັດ​ສາກົນຄື "ສ້າງ​ພື້ນຖານ​ໂຄງ​ລ່າງ ສ້າງ​ໃຫ້​ທົນ​ທານ - Resilient infranstrure # Build to last".

   ສະນັ້ນ, ເພື່ອຜັນ​ຂະ ຫຍາຍກົດໝາຍ ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ໄພພິບັດ ໂດຍ​ສະເພາະ ໃນ​ມາດຕາ 68 ຊຶ່ງ​ໄດ້​ກໍາ​ນົດ​ເອົາ​ວັນ​ທີ 13 ຕຸລາ ຂອງ ທຸກໆ​ປີ ເປັນ​ວັນຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ ກໍ່​ຄື​ວັນ​ດຽວ​ກັນ​ກັບ​ວັນ​ຄຸ້ມ​ຄອງ​ໄພພິບັດ​ອາ​ຊຽນ ແລະ ວັນ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ສາກົນ ແລະ ຕິດ​ພັນ​ກັບ​ຫົວ​ຂໍ້​ຄໍາ​ຂວັນ ຂອງ​ວັນ​ດັ່ງກ່າວ, ກະຊວງ ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ກໍຄື ຄະ​ນະ​ກໍາ​ມະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ໂດຍ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ຂອງ ລັດ ແລະ ຄູ່​ຮ່ວມ​ງານ​ສາກົນ ຈະ​ໄດ້​ຈັດ​ບັນດາ​ກິດ​ຈະ​ກໍາ ເພື່ອ​ລະນຶກ​ເຖິງ​ວັນ​ດັ່ງກ່າວ ໂດຍ​ມີ​ຈຸດປະສົງ ເພື່ອ​ໂຄສະນາ​ປູກ​ຈິດ​ສໍາ​ນຶກ​ໃຫ້​ສັງຄົມ ແລະ ຊຸມ​ຊົນໄດ້​ມີ​ສະຕິ ແລະ ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດເປັນຕົ້ນການ​ປ້ອງ​ກັນ, ຄວບ​ຄຸມ ແລະ ຟຶ້ນ​ຟູ​ຄືນ​ຫຼັງ​ໄພ​ພິບັດ. ບັນດາ​ກິດ​ຈະ​ກໍາ​ລວມ​ມີ - ການ​ສໍາ​ພາດ​ຄະ​ນະ​ນໍາ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ອອກ​ລາຍການ​ໂທລະພາບ ເຊັ່ນ: ລາຍການ​ຄົ້ນ​ຫາ​ມາ​ເລົ່າ, ລົມ​ກັນ​ວັນ​ນີ້; ຕິດ​ປ້າຍ​ຄໍາ​ຂວັນ​ຕາມ​ເສັ້ນທາງ ແລະ ສາຍ​ອອກ​ຈໍ​ເອວ​ຊີ​ດີ​ຢູ່​ຈຸດ​ເສັ້ນ​ທາງ​ສໍາ​ຄັນ; ອອກ​ຂ່າວ​ທາງ​ໜັງສືພິມ; ພິມ​ເສື້ອ​ໂຄສະນາ, ຈັດ​ກອງ​ປະຊຸມ​ສົນທະນາ​ແລກປ່ຽນ​ບົດຮຽນ ດ້ານ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ໂດຍ​ສະເພາະ​ຕິດ​ພັນ​ກັບ​ຫົວ​ຂໍ້​ຄໍາ​ຂວັນ ແລະ ຈັດ​ວາງສະແດງ​ຮູບ​ພາບ ຢູ່ ໂຮງຮຽນ​ມະຫາວິທະຍາໄລ​ແຫ່ງ​ຊາດ.

   ໃນ​ໂອກາດ ອັນ​ມີ​ຄວາມ​ໝາຍ​ສຳຄັນ​ນີ້, ຂ້າພະເຈົ້າ ຂໍ​ຕາງໜ້າ​ໃຫ້​ແກ່​ລັດຖະບານ ກໍ​ຄືຄະນະ​ກຳມະການປ້ອງ​ກັນ ແລະ ຄວບ​ຄຸມໄພພິບັດ​ແຫ່ງ​ຊາດ, ຂໍ​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຢ່າງ​ສູງ ຕໍ່​ການ​ປະກອບສ່ວນ​ຊ່ວຍເຫຼືອ ຂອງ​ທຸກ​ພາກສ່ວນທັງ​ພາຍ​ໃນ ແລະ ຕ່າງປະເທດ ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ໂດຍ​ສະເພາະ ປະກອບສ່ວນ​ຊ່ວຍເຫຼືອ​ບັນເທົາ​ທຸກ​ສຸກ​ເສີນ ແລະ ຟື້ນ​ຟູ​ຄືນ​ຫຼັງ​ໄພ​ພິບັດ. ພ້ອມ​ດຽວ​ກັນ​ນີ້, ກໍຂໍ​ຮຽກຮ້ອງ​ມາ​ຍັງ ປະຊາຊົນ​ລາວ ທຸກ​ຊັ້ນ​ຄົນ, ທຸກ​ເພດ, ທຸກ​ໄວ ລວມ​ທັງ ຊາວ​ຕ່າງ​ດ້າວ ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ ສປປ ລາວ, ອົງການ​ຈັດ​ຕັ້ງ​ລັດ​ທຸກ​ຂັ້ນ ໂດຍ​ສະເພາະ ຄະນະ​ກຳມະການປ້ອງ​ກັນ ແລະ ຄວບ​ຄຸມໄພພິບັດ​ໃນ​ທຸກ​ຂັ້ນ ສູນ​ກາງ, ແຂວງ, ເມືອງ ແລະ ບ້ານ ຈົ່ງ​ພ້ອມ​ກັນ​ປະຕິບັດ ຄຳ​ຂວັນ ຂອງ​ວັນ​ຄຸ້ມ​ຄອງ​ໄພພິບັດ​ອາ​ຊຽນ ແລະ ວັນ​ຫຼຸດຜ່ອນ​ໄພພິບັດ​ສາກົນ ກໍຄືວັນ​ຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ​ໃນ​ປີ​ນີ້ ຢ່າງ​ເປັນ​ຂະບວນ​ການ ແລະ ມີ​ຄວາມ​ຕື່ນ​ຕົວ​ສູງ ພ້ອມ​ກັນ​ສ້າງ​ສັງຄົມ​ລາວ​ໃຫ້​ກາຍເປັນ​ສັງຄົມ​ທີ່​ມີ​ຄວາມ​ປອດ​ໄພ, ເຂັ້ມແຂງ, ກຽມພ້ອມ ຕອບ​ໂຕ້ ແລະ ສາມາດ​ຟື້ນ​ຕົວ​ໄວ ຈາກ​ຜົນ​ກະທົບ​ດ້ານ​ໄພ​ພິບັດ.