ລາວເດີ່ນທະ​ເລ​ທຸ່ມງົບ​ເພື່ອຂະຫຍາຍການບໍລິການຂົນສົ່ງສິນຄ້າ

 ປະເທດເຮົາເຖິງວ່າບໍ່ມີທະເລແຕ່ກໍ່ຍັງມີກ່ຳປັ່ນຂົນສົ່ງສິນຄ້າເຂົ້າ-ອອກປະເທດມານັບສິບກ່ວາປີແລ້ວ ໂດຍຜ່ານທ່າເຮືອຂອງຫວຽດນາມ
ຕາມນະໂຍບາຍການພົວພັນພິເສດ
ແລະ ຮ່ວມມືຮອບດ້ານທີ່ພັກ-ລັດຖະບານສອງປະເທດໄດ້ເຊັນສົນທິສັນຍາກັນເອົາໄວ້.

- ຫລ້າສຸດບໍລິສັດບໍລິການຂົນສົ່ງທາງທະເລລາວໄດ້ຕັດສິນໃຈທຸ່ມງົບເຖິງ 95 ກ່ວາລ້ານໂດລາສະຫະລັດໃຫ້ແກ່ບໍລິສັດຕໍ່ເຮືອກາມແຣງ
ຂອງຫວຽດນາມເພື່ອສະຫນອງກ່ຳປັ່ນບັນທຸກສິນຄ້າຈຳນວນ
3 ລຳ ເຊິ່ງແຕ່ລະລຳສາມາດບັນທຸກໄດ້ 20.000 ໂຕນໃຫ້ແກ່ຕົນເພື່ອເພີ່ມທ່າ
ແຮງການຂົນສົ່ງສິນຄ້າເຂົ້າ
-ອອກຂຶ້ນອີກຫລາຍເທົ່າຍ້ອນການພົວພັນການຄ້າລະຫວ່າງລາວກັບຕ່າງປະເທດຂະຫຍາຍຕົວຂຶ້ນເປັນລຳດັບມາ,
ເຊິ່ງໃນວັນທີ16 ທັນວາ 2011 ຜ່ານມານີ້ກໍ່ໄດ້ມີພິທີມອບ-ຮັບກ່ຳປັ່ນເດີນທະເລລຳທຳອິດຂອງລາວໃຫ້ແກ່ບໍລິສັດບໍລິການຂົນສົ່ງທາງທະເລ
ລາວຢ່າງເປັນທາງການທີ່ນະຄອນກາມແຣງ ສ
.ສ ຫວຽດນາມ ໂດຍມີທ່ານ ຫງວຽນຄັກຕວານ ກຳມະການສຳຮອງສູນກາງພັກກອມມູນິດ
ຫວຽດນາມ
, ເລຂາຄະນະພັກນະຄອນກາມແຣງທ່ານ ຫງວຽນງັອກຊຶ ປະທານສະພາບໍລິຫານສາຂາກຸ່ມບໍລິສັດອຸດສາຫະກຳກ່ຳປັ່ນຂອງຫວຽດ
ນາມ
ແລະ ກົງສູນລາວປະຈຳນະຄອນດານັງ ສ.ສ ຫວຽດນາມເຂົ້າຮ່ວມ.

- ກ່ຳປັ່ນເດີນທະເລຂອງລາວລຳທຳອິດນີ້, ສາມາດບັນທຸກໄດ້ 20.000 ໂຕນ, ມີລວງຍາວ 165,45 ແມັດ, ກ້ວາງ 25 ແມັດ ແລະ ລວງ
ສູງ
12 ແມັດ (ນັບຈາກໜ້ານ້ຳທະເລຂຶ້ນຮອດໂຕກ່ຳປັ່ນ) ໃຊ້ຈັກທີ່ມີຄວາມແຮງ 6.000 ແຮງມ້າ, ມີຄວາມໄວ 10,5 ໄມຕໍ່ຊົ່ວໂມງ, ປະກອບ
ມີນັກເດີນເຮືອ
2 ຄົນ.

- ທ່ານ ສົງຄາມ ຫລ່ຽມຜີ ຜູ້ອຳນວຍການບໍລິສັດບໍລິການຂົນສົ່ງທາງທະເລລາວໄດ້ຊີ້ແຈງໃຫ້ຮູ້ວ່າ: ຕາມແຜນການແລ້ວໃນທ້າຍເດືອນທັນ
ວາ
2011 ນີ້ບໍລິສັດຕໍ່ເຮືອກາມແຣງຂອງຫວຽດນາມຈະສືບຕໍ່ມອບກ່ຳປັ່ນລຳທີ 2 ແລະ 3 ໃຫ້ແກ່ບໍລິສັດບໍລິການຂົນສົ່ງທາງທະເລລາວຕາມ
ສັນຍາທີ່ໄດ້ເຊັນກັນເອົາໄວ້
.

  - ບໍລິສັດບໍລິການຂົນສົ່ງທາງທະເລລາວໄດ້ກຳເນີດ ແລະ ສືບທອດມາຈາກກຸ່ມບໍລິສັດພັດທະນາເຂດພູດອຍໃນເມື່ອກ່ອນ, ມາຮອດປີ 2003
ຈຶ່ງໄດ້ຮັບການປັບປຸງໃຫມ່ ໂດຍໄດ້ແຍກຕົວອອກເປັນຫົວຫນ່ວຍທຸລະກິດເອກະລາດຂຶ້ນກັບສຳນັກງານນາຍົກໂດຍກົງເຮັດໃຫ້ການເຄື່ອນໄຫວທຸ
ລະກິດຂອງບໍລິສັດປະສົບຜົນສຳເລັດ
ແລະ ມີການຂະຫຍາຍຕົວເປັນກ້າວໆມາຍ້ອນການຕິດຕໍ່ພົວພັນການຄ້າລະຫວ່າງລາວກັບຕ່າງປະເທດມີ
ການເປີດກ້ວາງ
ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ດັ່ງນັ້ນການຈັດຊື້ກ່ຳປັ່ນເດີນ ທະເລຕື່ມອີກຈຳນວນ​ 3 ລຳນີ້ຈຶ່ງເປັນຂີດຫມາຍສຳຄັນເພື່ອພັດ
ທະນາທຸລະກິດບໍລິການຂົນສົ່ງທາງທະເລຂອງລາວໃຫ້ກ້າວສູ່ຄຸນນະພາບອັນໃຫມ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ນັບ
ມື້ເຂັ້ມແຂງ
.