ທູດອົດສະຕຣາລີ ຈັດງານລ້ຽງສະຫລອງວັນຊາດ
ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ
ອົສຕຣາລີ
26 ມັງກອນທັງແມ່ນປີແຫ່ງການສະເຫລີມສະຫລອງຄົບຮອບ
60 ປີ
ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ
ສປປ ລາວ-ອົສຕຣາລີ ທ່ານ ນາງ ລິນດາ
ວໍໄທສົງ
ເອກອັກຄະລັດຖະທູດວິສາມັນ
ຜູ້ມີອຳນາດເຕັມແຫ່ງ ອົສຕຣາລີ ປະຈຳ
ສປປ ລາວ
ໄດ້ຈັດງານລ້ຽງເພື່ອສະຫລອງວັນດັ່ງກ່າວຂຶ້ນ
ໃນວັນທີ 26 ມັງກອນ
2012 ທີ່
ນະຄອນຫລວງວຽງຈັນ.
ເປັນກຽດເຂົ້າຮ່ວມງານທີ່ມີຄວາມຫມາຍນີ້ມີ ທ່ານ
ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ແຫ່ງ
ສປປ ລາວ, ມີບັນດາທ່ານທູດ,
ທູຕານຸທູດ
ພ້ອມດ້ວຍແຂກຖືກເຊີນ. ທ່ານ ນາງ ລິນດາ
ວໍໄທສົງ
ໄດ້ກ່າວ
ບາງຕອນວ່າ:
ຕະຫລອດ
60 ປີທີ່ຜ່ານມາປະເທດອົສຕຣາລີ ໄດ້ສະຫນອງໂອກາດໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃຫ້ເດັກ
ນ້ອຍຫລາຍພັນຄົນ ແລະ
ຊ່ວຍເຫລືອພັດທະນາຊຸມຊົນເຂດຫ່າງໄກສອກຫລີກ
ເພື່ອສະຫນັບສະຫນູນຊີວິດການເປັນຢູ່ຂອງພວກເຂົາເຈົ້າ:
ໄລຍະຜ່ານມາມີນັກຮຽນຄົນລາວຫລາຍກ່ວາ
1.000 ຄົນໄດ້ຮັບທຶນຂອງລັດຖະບານອົສຕຣາລີ ເຂົ້າຮຽນຢູ່ໃນມະຫາວິທະຍາໄລແຫ່ງຕ່າງໆ
ໃນອົສຕຣາລີ.
ພາຍຫລັງຮຽນຈົບກໍ່ກັບຄືນມາພັດທະນາເສດຖະກິດຂອງປະເທດລາວ;
ໂຄງການຊ່ວຍເຫລືອ
ເພື່ອພັດທະນາຂອງລັດຖະ
ບານອົສຕຣາລີ
ແມ່ນໄດ້ສ້າງໂຮງຮຽນ,
ໂຮງຫມໍ,
ຫົນທາງ ແລະ ຂົວຫລາຍແຫ່ງໃນປະເທດລາວ.
ບັນດາບໍລິສັດຈາກອົສຕຣາລີໄດ້ລົງ
ທຶນເປັນຈຳນວນເງິນຫລາຍກ່ວາ
350 ລ້ານໂດລາ
ເຂົ້າໃນການລົງທຶນດ້ານຕ່າງໆຢູ່
ສປປ ລາວ
ຊຶ່ງເປັນການປະກອບສ່ວນເຂົ້າໃນວຽກ
ງານເສດຖະກິດຂອງປະເທດລາວລວມທັງການສະຫນອງວຽກເຮັດງານທຳ,
ຈັດຝຶກອົບຮົມ ແລະ
ວຽກງານດ້ານການພັດທະນາຊຸມຊົນ.