ທູດ​ລາວ ຍື່ນ​ສານ​ຕາຕັ້ງຕໍ່ປະທານາທິບໍດີ ຕວກກີ

ໃນວັນທີ 24 ມັງກອນ 2012 ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງອັງກາຣາ, ປະເທດຕວກກີ ທ່ານ ຢົງ ຈັນທະລັງສີ,
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດສະວິດ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະ​ທ່ານ ອັບດູນ
ລາ ກູນ
(Abdullah Gul), ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວກກີ ເພື່ອຍື່ນສານຕາຕັ້ງດຳລົງຕຳແໜ່ງເປັນ ເອກອັກຄະ
ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຕວກກີ
, ເຊິ່ງເປັນທູດລາວຜູ້ທຳອິດທີ່ໄດ້ຍື່ນສານ
ຕາຕັ້ງນັບແຕ່ໄດ້ມີການເຊັນສັນຍາສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຕວກກີ ແຕ່ວັນທີ
20 ມິຖຸນາ 1958
ເປັນຕົ້ນມາ.

ໃນໂອກາດດັ່ງກ່າວ, ທ່ານ ຢົງ ຈັນທະລັງສີ ໄດ້ສະແດງຄວາມຂໍ່ານັບ ແລະ ໄດ້ນຳ​ເອົາ​ຄວາມຢື້ຢາມຖາມຂ່າວຂອງ ະພນພທ່ານ
ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ສົ່ງມາຍັງ ພະນະທ່ານ ອັບດູນລາ ກູນ
, ປະທານາທິບໍດີ ແຫ່ງ ສ.ຕວກກີ
ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຕວກກີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງສະ
ແດງຄວາມຂອບໃຈຢ່າງສູງຕໍ່ ພະນະທ່ານປະທາ ນາທິບໍດີ ອັບດູນລາ ກູນ ແຫ່ງ ສ
.ຕວກກີ ທີ່ໄດ້ໃຫ້ໂອກາດແກ່ຕົນເພື່ອມອບສານ
ຕາຕັ້ງໃນຄັ້ງນີ້
. ທ່ານເອກອັກຄະລັດຖະທູດລາວ ຍັງໄດ້ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານຕວກກີ ທີ່ໄດ້ໃຫ້ການຮ່ວມມືຊ່ວຍ
ເຫລືອຕໍ່ ສປປ ລາວ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອຫມັ້ນວ່າໃນຕໍ່ໜ້າຈະໄດ້ຮັບການຮ່ວມມື ແລະ ເສີມຂະຫຍາຍສາຍ
ພວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ສ
.ຕວກກີ ໃຫ້ນັບມື້ມີການຂະຫຍາຍຕົວຍິ່ງຂຶ້ນ.

ຫລັງຈາກນັ້ນ, ພະນະທ່ານ ອັບດູນລາ ກູນ ກໍ່ໄດ້ຂໍໃຫ້ທ່ານເອກອັກຄະລັດຖະທູດ ສົ່ງຄວາມຢື້ຢາມຖາມຂ່າວໄປຍັງ ພະນະ​ທ່ານ
ຈູມມາລີ ໄຊຍະສອນ ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ທີ່ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດຂອງຕົນມາ
ປະຈຳ ສ
.ຕວກກີ ອັນຈະສ້າງເງື່ອນໄຂທີ່ດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ
ໃຫ້ນັບມື້ນັບແໜ້ນແຟ້ນກວ່າເກົ່າ
.