ດັງ​ໄຟ​ຝີງ ​ເຮັດ​ໃຫ້​ລະ​ເບີດ​ແຕກ​ມີ​ຜູ້​ເສຍ​ຊີວິດ 4 ຄົນ
ບາດ​ເຈັບ
3 ຄົນ

ໃນ​ຕອນ​ບ່າຍ​ຂອງວັນ​ທີ 23 ມັງກອນ 2012, ປະຊາ​ຊົນ​ຢູ່​ບ້ານ​ຕຳ​ລວງ, ​ເມືອງນອງ, ​ແຂວງ​ສະຫວັນ​ນະ​ເຂດ ຈຳນວນ 7 ຄົນ ​ເຊິ່ງ​
ເກືອບ​ທັງຫມົດ​ເປັນ​ເດັກນ້ອຍ​ໄດ້​ພາກັນນັ່ງ​ຝີງ​ໄຟ​ຢູ່​ກາງ​​ເດີ່ນ​ບ້ານ ​ແລະ ມາ​ເຖິິງ​ເວລາ​ປະມານ
14:15 ​ໂມງ ​ໄດ້​ເກີດ​ລະ​ເປີດ​ຂຶ້ນ​ອັນເຮັດ
ໃຫ້ເດັກນ້ອຍ​ຈຳນວນ
4 ຄົນ ​ເສຍ​ຊີວິດ ​ແລະ ອີກ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ. ພາຍຫລັງ​ເຫດການ​ອຸບັດ​ເຫດ​ເກີດຂຶ້ນ​ເຈົ້າ​ຫນ້າ​ທີ່​ກ່ຽວ
ຂ້ອງ​ໄດ້ລົງ​ເກັບ​ກຳ​ລາຍ​ລະອຽດ ​ແລະ ​ໄດ້​ຊາບວ່າ
: ລະ​ເບີດ​ທີ່​ແຕກແມ່ນລະ​ເບີດ​ລູກ​ຫວ່າ​ນ (ບົ່ມບີ່) ຊະນິດ BLU 26 ​ເຊິ່ງ​ເປັນຊະນິດ​ບົ່ມ
​ບີ່​ທີ່​ບໍ່​ທັນ​ແຕກ​ຕົກຄ້າງ​ຢ່າງ​ຫລວງຫລາຍ​ຢູ່ ສປປ ລາວ ນັບ​ແຕ່​ສະ​ໄຫມ​ສົງຄາມ
. ລູກ​ລະ​ເບີ​ດ​ດັ່ງກ່າວ​ຖືກ​ຝັງ​ຢູ່ບ່ອນ​ທີ່​ເດັກ​ນ້ອຍ​ດັງ​ໄຟ​ຝີ​ງ
​ແລະ ​ເມື່ອ​ຖືກ​ຄວາມ​ຮ້ອນຈຶ່ງເກີດລະ​ເບີດ​ຂຶ້ນອັນ​ເຮັດ​ໃຫ້ເດັກນ້ອຍ
3 ຄົນ​ເສຍ​ຊີວິດ​ກັບທີ່ ​ແລະ 1 ຄົນ​ເສຍ​ຊີວິດຢູ່​ໂຮງຫມໍ, ຄື ທ້າວ ສັກ
ອາຍຸ
12 ປີ, ທ້າວ ຈິດ ອາຍຸ 10 ປີ, ທ້າວ ຕຸກ ອາ​ຍຸ 9 ປີ ​ແລະ ນາງ ​ເຊີ ອາຍຸ 3 ປີ ​ແລະ 3 ຄົນ ຖືກ​ບາດ​ເຈັບ​ສາ​ຫັດ​ຄື: ນາງ
​ກະ​ເລ້ ອາ​ຍຸ
28 ປີ, ທ້າ​ວ ມືດ ອາຍຸ 11 ປີ ​ແລະ ທ້າວ ຍະ​ອົກ ອາຍຸ 9 ປີ.

ສປປ ລາວ ​ເປັນ​ປະ​ເທດທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະເບີດ​ລູກ​ຫວ່ານ​ຫລາຍ​ກ່ວາ​ໝູ່ໃນ​ໂລກ. ​ໃນ​​ໄລຍະ​ສົງຄາມ​ແຕ່​ປີ 1964 ​ເຖິງ 1973​
ລະ​ເບີດ​ຫລາຍ​ກ່ວາ 2 ລ້ານ​ໂຕນ ​ໄດ້​ຖືກ​ຖິ້ມລົງ​ໃສ່​ລາວ, ​ໃນ​ນັ້ນມີ​ລະ​ເບີດ​ລູກ​ຫວ່ານ​ຫລາຍກ່ວາ 80 ລ້ານ​ຫນ່ວຍ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢັ່ງຢາຍ
​ຢູ່​ໃນ
14 ​ແຂວງ​ຂອງ ສປປ ລາວ. ​ແຂວງສະຫວັນ​ນະ​ເຂດ​ແມ່ນຫນຶ່ງ​ໃນ 10 ​ແຂວງ​ທີ່​ໄດ້​ຮັບຜົນ​ກະທົບ​ຫລາຍ​ກ່ວາ​ຫມູ່.

ລັດຖະບານ​ລາວ​ໄດ້​ໃຫ້ຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ນັບ​ແຕ່​ປີ 1996 ​ເປັນຕົ້ນມາ​ໄດ້​ເລີ່​ມຕົ້ນ​ການ​ເກັບ​ກູ້,
ການ​ໂຄສະນາ​ກ່ຽວ​ກັບ​ຄວາມອັນຕະລາຍ​ຂອງ​ລະ​ເບີດ​ບົ່ມບີ່ ​ແລະ ການ​ຊ່ວຍ​ເຫລືອ​ຜູ້​ເຄາະຮ້າຍ. ພ້ອມ​ດຽວ​ກັນນີ້, ​ເພື່ອສະ​ແດງ​ເຖິງ​ການ​ຮ່ວມ​
ມື​ກັບ​ວົງຄະນາ​ຍາດ​ສາກົນ ​ໃນ​ການຕ້ານ​ລະ​ເບີດ​ລູກ​ຫວ່ານ
, ສປປ ລາວ ​ໄດ້​ເຂົ້າ​ເປັນ​ພາຄີ​ຂອງສົນທິສັນຍາ​ວ່າ​ດ້ວຍການເກືອດຫ້າ​ມລະ​ເບີດ​
ລູກຫວ່ານ
(ສົນທິສັນຍາ​ໂອດ​ສະ​ໂລ) ​ແລະ ​ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ລັດພາຄີ​ສົນທິສັນຍາ​ໂອດ​ສະ​ໂລ ​ໃນ​ເດືອນ​ພະຈິກ
2010. ປະຈຸບັນ​ລັດຖະບານ​ກຳລັງ​ພິຈາລະ​ນາ​ຮັບຮອງ​ເອົາ​ແຜນ​ຍຸດທະສາດ​ແຫ່ງ​ຊາດ ສະບັບ​ທີ 2 ສຳ​ລັບ​ປີ 2011-2020 ​ແລະ ​ແຜນ​ດຳ​
ເນີນ​ການ
10 ປີ ສຳລັບ​ການຈັດຕັ້ງປະຕິບັດ​ສົນທິສັນຍາ​ໂອດ​ສະ​ໂລ ​ເຊິ່ງ​ໄດ້ວາງ​ຄາດຫມາຍ​ສູ້​ຊົນ​ເພື່ອ​ການ​ເກັບ​ກູ້​ລະ​ເບີດອອກ​ຈາກ​ເນື້ອ
ທີ່​ໃຫ້​ໄດ້​ປະມານ
20.000​ ​ເຮັກຕາ​ຕໍ່​ປີ.

ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນແຕກ​ອອກ​ຈາກ​ເນື້ອທີ່​ຕ່າງໆ ​ໃນ​ທົ່ວ​ປະ​ເທດ​ບໍ່​ພຽງ​ແຕ່​ເປັນການ​ຊ່ວຍ​ເຫລືອ ​ແລະ ປົກປ້ອງ​ຊີວິດ​ຂອງ​ປະຊາຊົນ
​ລາວ ຈາກ​ຜົນ​ກະທົບ​ຂອງ​ລະ​ເບີດບົ່ມ​ບີ່
, ​ແຕ່​ຍັງ​ເປັນ​ການ​ແກ້​ໄຂຄວາມ​ທຸກຍາກ ​ແລະ ​ເປີດ​ໂອກາດ​ໃຫ້​ປະຊາຊົນ​ລາວ​ໃນ​ທົ່ວປະ​ເທດ​ສາມາດ
ທຳ​ມາ​ຫາ​ກິນ ​ແລະ ​ດຳ​ເນີນ​ຊີວິດ​ຂອງ​ຕົນ​ເອງ​ໄດ້​ໂດຍ​ປາສະຈາກ​ຄວາມຢ້ານ​ກົວ ​ແລະ ຫວາດ​ລະ​ແວງ​ໄພ​ອັນຕະລາຍ​ຈາກ​ລະ​ເບີດບໍ່​ທັນ​ແຕກ
.