ລັດຖະດຳລັດ​ຂອງ​ປະທານ​ປະ​ເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດທີ່ມີຄວາມກ້າວຫນ້າໃນທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ
2 ທັນວາ ຄົບຮອບ 36 ປີ

- ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI ມາດຕາ 67 ຂໍ້
11 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ.

- ອີງຕາມໜັງສືສະເໜີໃຫ້ອະໄພຍະໂທດ ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າ ແລະ ດີເດັ່ນໃນການດັດສ້າງຕົນເອງຢູ່ຄ້າຍ
ຄຸມຂັງໃນທົ່ວປະເທດ ສະບັບເລກທີ
168/ຄປຈ ລົງວັນທີ 05 ທັນວາ 2011 ຂອງຄະນະປະຈຳສະພາແຫ່ງຊາດ.

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1: ຕົກລົງໃຫ້ອະໄພຍະໂທດ ປ່ອຍຕົວ ແລະ ຜ່ອນໂທດໃຫ້ແກ່ນັກໂທດຈຳນວນ 665 ຄົນ, ຊຶ່ງໃນນັ້ນເປັນ
ເພດຍິງ
109 ຄົນ, ເປັນຄົນຕ່າງປະເທດ 25 ຄົນ ລາຍລະອຽດມີຄືດັ່ງນີ້:

- ອະໄພຍະໂທດດ້ວຍການຜ່ອນໂທດ ຈຳນວນ 538 ຄົນ, ຍິງ 85 ຄົນ, ຕ່າງປະເທດ 22 ຄົນ, ຍິງ 0 ຄົນ (ມຽນມາ
01
ຄົນ; ຫວຽດນາມ 07 ຄົນ; ໄທ 10 ຄົນ; ຈີນ 03 ຄົນ; ອາເມລິກາ 01 ຄົນ);

- ອະໄພຍະໂທດປ່ອຍຕົວ ຈຳນວນ 119 ຄົນ, ຍິງ 22 ຄົນ, ຕ່າງປະເທດ 03 ຄົນ, ຍິງ 0 ຄົນ (ໄທ 03 ຄົນ);

- ອະໄພຍະໂທດປິ່ນປົວສຸຂະພາບ ຈຳນວນ 08 ຄົນ, ຍິງ 02 ຄົນ, ຄົນຕ່າງປະເທດ 0 ຄົນ.

ມາດຕາ 2:  ມອບໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດລັດຖະດຳລັດສະບັບນີ້ ຢ່າງຖືກຕ້ອງ ແລະ ທັນການ.

ມາດຕາ 3: ລັດຖະດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ປະທານປະເທດແຫ່ງ ສປປ ລາວ