ກອງ​ປະຊຸມ​ຄົບ​ຄະນະ​ກຳມະການ​ແນວ​ລາວ​ສ້າງ
​ຊາດ​ນະຄອນຫລວງ​ວຽງຈັນ ຄັ້ງທີ
2 ສະ​ໄໝທີ VI

ໃນວັນທີ 23 ມັງກອນ 2012 ນີ້, ກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດ ນະຄອນຫລວງວຽງຈັນ ຄັ້ງທີ 2 ສະໄຫມ
ທີ
VI ໄດ້ໄຂຂຶ້ນ ໂດຍການເປັນປະທານຂອງທ່ານ ອຸ່ນເຮືອນ ໂພທິລາດ, ກຳມະການພັກນະຄອນຫລວງ, ປະທານແນວລາວສ້າງຊາດ
ນະຄອນຫລວງວຽງຈັນ
, ເປັນກຽດເຂົ້າຮ່ວມມີ ທ່ານ ສຸກັນ ມະຫາລາດ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫລວງ,
ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສີຫຸນ ສິດທິລືໄຊ
ຮອງເລຂາພັກນະຄອນຫລວງ
, ປະທານກວດກາພັກ, ຜູ້ຊີ້ນຳວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນນະຄອນຫລວງ
ວຽງຈັນ
, ເຂົ້າຮ່ວມຍັງມີບັນດາທ່ານປະທານແນວລາວສ້າງຊາດ 9 ຕົວເມືອງ, ກຳມະການແນວລາວສ້າງຊາດ ນະຄອນຫລວງວຽງຈັນ
ພ້ອມດ້ວຍຫົວໜ້າພະແນກ
, ຮອງຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມທັງໝົດ 89 ທ່ານ, ພະສົງ 8 ອົງ, ຍິງ 12 ທ່ານ ທີ່ຫ້ອງປະຊຸມ
ສຳນັກງານອົງການປົກຄອງນະຄອນຫລວງວຽງຈັນ
.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂອງຄະນະກຳ
ມະການແນວລາວສ້າງຊາດ ນະຄອນຫລວງວຽງຈັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຈຸດດີ
, ຜົນງານພົ້ນເດັ່ນ, ຈຸດອ່ອນຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ
ບົດຮຽນທີ່ຖອດຖອນໄດ້ໃນໄລຍະ
1 ປີຜ່ານມາ ພ້ອມທັງກຳນົດທິດທາງໜ້າທີ່ວຽກງານຂອງແນວລາວສ້າງຊາດ ນະຄອນຫລວງວຽງຈັນ
ປີ
2012 ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຜູ້
ແທນແນວລາວສ້າງຊາດທົ່ວປະເທດ ໂດຍເລັ່ງໃສ່
4 ບຸກທະລຸໃຫ້ປະກົດຜົນເປັນຈິງ.

ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ສຸກັນ ມະຫາລາດ ໄດ້ເປັນກຽດໂອ້ລົມມີບາງຕອນທ່ານໄດ້ກ່າວວ່າ: ແນວລາວສ້າງຊາດຕ້ອງ
ເຄື່ອນໄຫວຢ່າງແຂງແຮງໃນການສຶກສາອົບຮົມການເມືອງແນວຄິດ
, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງຄົນບໍ່ດີ ທີ່ຫວັງແບ່ງແຍກຄວາມສາ
ມັກຄີເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ
, ເປັນກຳລັງແຮງປຸກລະດົມທຸກຊັ້ນຄົນເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ
ເທດຊາດ
. ນອກຈາກນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການແນວລາວສ້າງຊາດ, ກຳມະການແນວລາວສ້າງຊາດ ນະຄອນຫລວງ, ເມືອງ
ແລະ ຂັ້ນຮາກຖານ ພ້ອມກັນເປັນແບບຢ່າງໃນການນຳພາສັງຄົມ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ
, ແຜນພັດທະນາເສດຖະ
ກິດ
-ສັງຄົມຂອງລັດໃຫ້ມີປະສິດທິຜົນ.