ກະສິກຳແຂວງອັດຕະປື ຊຸກຍູ້​ການປູກຝັງແລະ
ລ້ຽງສັດ
ຢູ່ກຸ່ມ​ບ້ານເປົ້າໝາຍຂອງໂຄງການ

ໂຄງການສົ່ງເສີມຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບຍືນຍົງປະຈຳແຂວງອັດຕະປື ເປັນໂຄງການໜຶ່ງທີ່ໄດ້ລົງທຶນໃສ່ການ
ປູກຝັງ
ແລະ ລ້ຽງສັດໃຫ້ພໍ່ແມ່ປະຊາຊົນກຸ່ມບ້ານເປົ້າໝາຍຂອງໂຄງການໃນມູນຄ່າຫລາຍກວ່າ 4 ແສນ 7 ໝື່ນໂດລາສະຫະລັດ.

ດັ່ງນັ້ນ, ໃນອາທິດຜ່ານມາໂຄງການຜະລິດກະສິກຳ ແລະ ປ່າໄມ້ແບບຍືນຍົງ ປະຈຳແຂວງ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ການ
ປູກຝັງໃຫ້ພໍ່ແມ່ປະຊາຊົນກຸ່ມບ້ານເປົ້າໝາຍຂອງໂຄງການ
ເຊິ່ງນຳໂດຍ ທ່ານ ວິໄຊ ໃສແສງຈັນ ຫົວໜ້າພະແນກກະສິກຳ ແລະ
ປ່າໄມ້ແຂວງ, ມີທ່ານ ແສງສົດ ໃໝ່ບຸນມະນີ ຮອງຫົວໜ້າໂຄງການຜະລິດກະສິກຳ ແລະ ປ່າໄມ້ແບບຍືນຍົງປະຈຳແຂວງ ພ້ອມ
ດ້ວຍພະນັກງານວິຊາການ
.

ການລົງເຄື່ອນໄຫວຊຸກຍູ້ການປູກຝັງ ແລະ ລ້ຽງສັດຢູ່ກຸ່ມບ້ານເປົ້າໝາຍຂອງໂຄງການໃນຄັ້ງນີ້ ໄດ້ສຸມໃສ່ກຸ່ມຊຸກຍູ້ປູກຝັງ ແລະ
ລ້ຽງສັດ
ເຊັ່ນ: ການປູກເຂົ້ານາແຊງຂອງພໍ່ແມ່ປະຊາຊົນກຸ່ມບ້ານພະເມືອງ, ເມືອງໄຊເສດຖາ ໃນເນື້ອທີ່ການປັກດຳ 85 ເຮັກຕາ.
ປະຈຸບັນສຳເລັດ 100% ຄາດວ່າສະເລ່ຍສະມັດຕະພາບການຜະລິດ 6 ໂຕນ/ເຮັກຕາ ແລະ ການບຸກເບີກເນື້ອທີ່ລ້ຽງງົວ, ລ້ຽງຄວາຍ
ຂອງພໍ່ແມ່ປະຊາຊົນກຸ່ມບ້ານຕາດແສງ
ເມືອງຊານໄຊ ໃນເນື້ອທີ່ບຸກເບີກ 243 ກວ່າເຮັກຕາ. ປະຈຸບັນກຳລັງບຸກເບີກ ແລະ ສຳເລັດ
ແລ້ວ
13 ເຮັກຕາ ຄາດວ່າຈະຊື້ງົວ, ຄວາຍໃຫ້ພໍ່ແມ່ປະຊາຊົນລ້ຽງຄອບຄົວໜຶ່ງ 5 ໂຕ ລວມມູນຄ່າ 4 ແສນ 51 ພັນໂດລາສະຫະລັດ.

ຈາກນັ້ນ, ໃນວັນຕໍ່ມາກໍ່ໄດ້ລົງຕິດຕາມຊຸກຍູ້ການປູກເຂົ້ານາແຊງຂອງພໍ່ແມ່ປະຊາຊົນບ້ານຫີນລາດ, ເມືອງສະໜາມໄຊ ເຊິ່ງມີເນື້ອ
ທີ່ໃນການປັກດຳ
72,2 ເຮັກຕາ. ປະຈຸບັນສຳເລັດແລ້ວ 40 ກວ່າສ່ວນຮ້ອຍ ຄາດວ່າຜົນການຜະລິດສະເລ່ຍໄດ້ 4 ໂຕນກວ່າ/ເຮັກຕາ.
ທັງນີ້ກໍ່ເພື່ອແກ້ໄຂ ແລະ ຫລຸດຜ່ອນຄວາມທຸກຍາກຂອງພໍ່ແມ່ປະຊາຊົນໃຫ້ຫລຸດພົ້ນໄປເທື່ອລະກ້າວ.