ຫລາຍໜ່ວຍງານເມືອງສຸຂຸມາກໍ່ສ້າງ
ຝາຍຂະໝວນກຽມໃສ່ການຜະລິດ
ເພື່ອປະຕິບັດຕາມທິດຊີ້ນຳຂອງທ່ານເຈົ້າເມືອງໆສຸຂຸມາ
ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຂອງເມືອງ,
ເພື່ອໃຫ້ປະຊາຊົນ
ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແຕ່ນີ້ຫາປີ 2015 ເວົ້າລວມ, ເວົ້າສະເພາະແມ່ນເລັ່ງໃສ່ປະຊາຊົນ
5 ບ້ານຄື:
ບ້ານສຸຂຸມາ,
ບ້ານ
ລາດ, ບ້ານໂພນເຜິ້ງ,
ບ້ານບົກ,
ບ້ານມ່ວງລຽບຕາມລຳຫ້ວຍຂະໝວນໄດ້ທຳການປູກຝັງ-ລ້ຽງສັດໄດ້ມີລາຍຮັບເພີ່ມຈາກການຜະລິດເຂົ້າ
ນາປີ.
ສະນັ້ນ,
ອຳນາດການປົກຄອງເມືອງ ແລະ
ບ້ານ ຈຶ່ງໄດ້ພ້ອມພຽງກັນສ້າງຝາຍດ້ວຍການຂົນກະສອບຊາຍຕັນຫ້ວຍຂະໝວນ ມີ
ລວງຍາວ 60
ແມັດ,
ກ້ວາງ
6 ແມັດ,
ສູງ
2,50 ແມັດ ເຊິ່ງມີແຮງງານມາຈາກປະຊາຊົນໃນ
5 ບ້ານ,
ພະນັກງານ-ລັດຖະກອນທຸກ
ຫ້ອງການອ້ອມຂ້າງ,
ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ນັກຮຽນ-ນັກສຶກສາພາຍໃນເມືອງ.
ປະຈຸບັນນີ້,
ທາງອຳນາດການປົກຄອງເມືອງ ໄດ້ລົງຊຸກຍູ້ຊີ້ນຳໆພາປະຊາຊົນໄດ້ປູກພືດຜັກຕ່າງໆລຽບຕາມແຄມຫ້ວຍຂະໝວນ
ແລະ ບາງບ້ານຈະໄດ້ປູກເຂົ້ານາແຊງຕື່ມອີກຕາມຄວາມເໝາະສົມ.
ຂ່າວຍັງໃຫ້ຮູ້ອີກວ່າ:
ເມື່ອບໍ່ດົນຜ່ານມານີ້,
ໂຮງຮຽນປະຖົມສົມບູນສຸຂຸມາ ແລະ ປະຖົມສົມບູນບ້ານຫລັກ
40 ເມືອງປະທຸມພອນ
ໄດ້ຮ່ວມກັນແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢູ່ທີ່ໂຮງຮຽນປະຖົມສົມບູນສຸຂຸມາ ເຊິ່ງການແລກປ່ຽນຖອດຖອນບົດຮຽນ
ຄັ້ງນີ້ມີ:
ການສະແດງສິລະປະວັນນະຄະດີ,
ການວາງສະແດງຮູບພາບການເຄື່ອນໄຫວ,
ການສິດສອນຂອງຄູ-ອາຈານ ແລະ
ດ້ານ
ການບໍລິຫານຕ່າງໆ ພິເສດແມ່ນການຜູກຮັດແໜ້ນຄວາມສາມັກຄີລະຫວ່າງກັນ.
(ຂ່າວ:
ສຸບັນ
ຖວທ ເມືອງ)