ແຂວງຊຽງຂວາງເປີດແຫ​ລ່ງທ່ອງ​ທ່ຽວ​ແຫ່ງໃໝ່

ໃນວັນທີ 23 ມັງກອນ 2012 ນີ້ ຢູ່ທີ່ພູເກັງ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີເປີດແຫລ່ງທ່ອງທ່ຽວພູເກັງຂຶ້ນຢ່າງເປັນທາງ
ການ
. ເປັນກຽດເຂົ້າຮ່ວມມີທ່ານ ສຈ.ດຣ. ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ, ທ່ານ
ນາງ ບົວລີ ອຸດົມສຸກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆແປກ, ມີຫົວໜ້າຫ້ອງການທ່ອງທ່ຽວແຂວງ, ເມືອງ ແລະ ອຳ
ນາດການປົກຄອງບ້ານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ
. ໃນພິທີ, ທ່ານ ຄຳເພັດ ພົມມະດວງໄກສອນ ຫົວໜ້າພະແນກ
ທ່ອງທ່ຽວ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການກໍ່ສ້າງແຫລ່ງທ່ອງທ່ຽວພູເກັງ ເປັນບ່ອນຜະລິດໄຫຫີນຂອງຄົນບູຮານ
,
ພູເກັງຕັ້ງຢູ່ບ້ານລາດງ່ອນ ເມືອງແປກ ແຂວງຊຽງຂວາງ ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 15 ກິໂລແມັດ, ພູເກັງ ເປັນຮ່ອງ
ຮອຍປະຫວັດສາດໃນສະໄຫມສົງຄາມປົດປ່ອຍຊາດ
, ຍາດເອົາຄວາມເປັນເອກະລາດມາໃຫ້ປະຊາຊົນ ໄປພ້ອມກັນນັ້ນໃນຂອບເຂດພູເກັງ
ຍັງມີຖ້ຳທຳມະຊາດ ປ່າໄມ້ ແລະ ເປັນຈຸດທິວທັດທຳມະຊາດທີ່ສວຍສົດງົດງາມ, ພູເກັງໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ປີ 2010-2011
ໃຊ້ງົບປະມານ 17 ຕື້ກວ່າກີບ ໂດຍແມ່ນລັດຖະບານເປັນຜູ້ລົງທຶນ 100%, ບັນດາວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສຳເລັດ
ແລ້ວ
64%. ແຫລ່ງທ່ອງທ່ຽວພູເກັງໃນອະນາຄົດຈະສ້າງເປັນແຫລ່ງທ່ອງທ່ຽວຄົບວົງຈອນ ໝາຍຄວາມວ່າຈະສ້າງສະລິງໄຟຟ້າຂຶ້ນ-ລົງ,
ສືບຕໍ່ສ້າງເສັ້ນທາງຍ່າງໄປທາງທິດຕາເວັນອອກ ແລະ ສ້າງເສັ້ນທາງລົງມາສູ່ສະຖານທີ່ຈອດລົດຕື່ມອີກ, ສ້າງລະບົບຫ້ອງນ້ຳຂອບເຂດ
ທາງຍ່າງ ແລະ ຮາວປະກັນໄພ
, ບ່ອນທີ່ສູງຊັນ, ດຶງໄຟຟ້າເຂົ້າຖ້ຳ ແລະ ຂຸມຄອງໃຕ້ດິນ ແລະ ອື່ນໆ.

ຫລັງຈາກນັ້ນ ສຈ.ດຣ. ສົມກົດ ມັງໜໍ່ເມກ ພ້ອມດ້ວຍແຂກເຂົ້າຮ່ວມກໍ່ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອປະກາດ
ເປີດແຫລ່ງທ່ອງທ່ຽວພູເກັງ ຢ່າງເປັນທາງການ
.   (ນັກຂ່າວ ປກສ ແຂວງຊຽງຂວາງ)