ສະຫວັນນະເຂດ
ຮັບຮອງ 4
ບ້ານ
ເມືອງຈຳພອນ
ເປັນບ້ານພັດທະນາ
ວັນທີ 25
ມັງກອນ
2012 ທ່ານ
ລາຫູນ ມາຜາງວົງ
ຄະນະປະຈຳພັກແຂວງ,
ຫົວຫນ້າຄະນະໂຄສະນາອົບຮົມແຂວງ,
ມີທ່ານເຈົ້າເມືອງ,
ຮອງເຈົ້າເມືອງ
ແລະ ພາກສ່ວນກ່ຽວຂ້ອງລວມທັງອຳນາດການປົກຄອງບ້ານ
ພ້ອມດ້ວຍພໍ່ແມ່ປະຊາຊົນທັງ
4 ບ້ານຄື:
ຂາມເຖົ້າ,
ນົກກົກ,
ຊະຄຶນເຫນືອ
ແລະ ບ້ານເຫລົ່າສຸລິຍະ
ຕ່າງກໍ່ສະແດງຄວາມຍິນດີທີ່ໄດ້ຮັບນາມມະຍົດເປັນ
ບ້ານພັດທະນາຢ່າງສົມກຽດ.
ທ່ານ ບົວໄລ
ມະຫາທິລາດ ນາຍບ້ານຂາມເຖົ້າ
ຕາງຫນ້າໃຫ້ທັງ
4 ບ້ານກ່າວວ່າ:
ການສ້າງຄອບຄົວ
ແລະ ບ້ານພັດ
ທະນານີ້ຕົນເອງພ້ອມດ້ວຍປະຊາຊົນແມ່ນໄດ້ຮ່ຳຮຽນບັນດາເອກະສານຕ່າງໆ
ເປັນຕົ້ນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ
IX ຂອງພັກ,
ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ
ເລກທີ09/ກມສພ,
ຄຳສັ່ງແນະນຳເລກທີ
03/ກມສພ
ແລະ ດຳ
ລັດຂອງນາຍົກລັດຖະມົນຕີ
ສະບັບເລກທີ 285/ນຍ ຕໍ່ການຫັນເອົາພະນັກງານລົງກໍ່ສ້າງຮາກຖານ
ແລະ ການພັດທະນາຊົນ
ນະບົດ,
ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ,
ໃນຊຸມປີຜ່ານມາໂດຍຜ່ານການຕີລາຄາປະເມີນຜົນວຽກ
ງານໃນແຕ່ລະດ້ານຂອງ
4 ເນື້ອໃນ
4 ຄາດຫມາຍເຫັນວ່າບ້ານຂອງພວກຕົນມີລະບົບການເມືອງທີ່ເຂັ້ມແຂງ
ແລະ ຫນັກ
ແຫນ້ນເສດຖະກິດມີການຂະຫຍາຍຕົວ,
ສັງຄົມມີຄວາມສະຫງົບ
ແລະ ເປັນລະບຽບຮຽບຮ້ອຍ,
ເປັນບ້ານປອດຄະດີ,
ບ້ານແມ່
ຍິງ 3 ດີ, ບ້ານ 2
ສາມັກຄີ
3 ດີ 4
ພັດທະນາຂອງຊາວຫນຸ່ມ,
ບ້ານແບບຢ່າງທາງດ້ານສາທາລະນະສຸກ,
ບ້ານວັດທະນະທຳ
ໃຫມ່ແລ້ວດັ່ງນັ້ນມັນໄດ້ກາຍເປັນເງື່ອນໄຂໃຫ້ແກ່ການປະກາດຮັບຮອງເອົາບ້ານຂອງພວກເຮົາເປັນບ້ານພັດທະນາຂອງເມືອງກໍ່ຄື
ຂອງແຂວງສະຫວັນນະເຂດຄັ້ງນີ້.
ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ:
ທັງ 4
ບ້ານໄດ້ຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ,
ຄ້າຂາຍສຳຮອງເປັນຊົນເຜົ່າລາວຖືສາ
ສະຫນາພຸດ 100%,
ສາມາດລຶບລ້າງໄດ້ຄອບຄົວທຸກຍາກ
100%, ມີເນື້ອທີ່ນາປີ
1 ພັນ
600 ກ່ວາເຮັກຕາ,
ສະມັດຕະພາບ
3,5 ໂຕນ/ເຮັກຕາ,
ມີເນື້ອທີ່ນາແຊງ
249 ເຮັກຕາ,
ສະມັດຕະພາບ
4,5 ໂຕນ/ເຮັກຕາ ສະເລັ່ຍລາຍຮັບເຂົ້າເປືອກໄດ້ດັ່ງນີ້:
ບ້ານຂາມເຖົ້າສະເລັ່ຍເຂົ້າເປືອກຜູ້ຫນຶ່ງ
990 ກິໂລ/ຄົນ/ປີ, ບ້ານນົກກົກ
ສະເລັ່ຍຜູ້ຫນຶ່ງ
937,6 ກິໂລ/ຄົນ/ປີ, ບ້ານສະຄືນເຫນືອ
ສະເລັ່ຍຜູ້ຫນຶ່ງ
857 ກິໂລ/ຄົນ/ປີ ແລະ ບ້ານເຫລົ່າສຸລິຍະສະເລັ່ຍຜູ້
ຫນຶ່ງ 1.117 ກິໂລ/ຄົນ/ປີ ພ້ອມດຽວກັນກໍ່ມີກອງທຶນເງິນ
ທ້ອນໃນ 4
ບ້ານເຊິ່ງມີເງິນທ້ອນທັງຫມົດ
422 ລ້ານກີບ,
ມີສະມາຊິກທັງຫມົດ
332 ຄົນ,
ເງິນດັ່ງກ່າວໄດ້ປ່ອຍໃຫ້ສະມາຊິກກູ້
ຢືມເຂົ້າໃນການເຄື່ອນໄຫວທຳການຜະລິດເປັນສ່ວນໃຫຍ່.