ອາຊຽນ ຈະສືບຕໍ່​ເພີ່ມທະວີການ​ຮ່ວມ​ມື​ດ້ານ​ວັດທະນະທຳ
ແລະ ຖະແຫລງຂ່າວ

ກອງປະຊຸມຄະນະກຳມະການຖະແຫລງຂ່າວ ແລະ ວັດທະນະທຳອາຊຽນ ຄັ້ງທີ 46 (46th ASEAN- COCI) ໄດ້ຈັດຂຶ້ນທີ່
ບາງແສນ ຈັງຫວັດຊົນບູຣີ
ປະເທດໄທ, ແຕ່ວັນທີ 11-12 ມັງກອນ 2012 ໂດຍການເຂົ້າຮ່ວມຂອງຄະນະກຳມະການຖະແຫລງຂ່າວ
ແລະ ວັດທະນະທຳອາຊຽນ
ຈາກ 10 ປະເທດ ແລະ ກອງເລຂາອາຊຽນ.

ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ປະທານອະນຸກຳມະການຖະແຫລງ
ຂ່າວອາຊຽນ
-ລາວ ທັງເປັນຜູ້ຕາງໜ້າຄະນະກຳມະການວັດທະນະທຳຖະແຫຼງຂ່າວ ພ້ອມຄະນະ.

ກອງປະຊຸມໄດ້ຮັບຟັງການລາຍງານປະເມີນຜົນການຈັດຕັ້ງປະຕິບັດໂຄງການທາງດ້ານຖະແຫລງຂ່າວ ແລະ ວັດທະນະທຳທີ່ກ່ຽວ
ຂ້ອງໃນຊຸມປີຜ່ານມາ
ໃນສົກປີ 2010-2011 ແລະ ບັນດາໂຄງການທີ່ຍັງບໍ່ທັນປະຕິບັດສຳເລັດ.

ກອງປະຊຸມຍັງໄດ້ຄົ້ນຄວ້າພິຈາລະນາບັນດາໂຄງການໃໝ່ທີ່ໄດ້ສະເໜີຢູ່ກອງປະຊຸມຂອງອະນຸກຳມະການຖະແຫລງຂ່າວ ຄັ້ງທີ 12
ທີ່ຊຽງໃໝ່, ປະເທດໄທ ວັນທີ 30-31 ພຶດສະພາ 2011 ແລະ ກອງປະຊຸມອະນຸກຳມະການວັດທະນະທຳ ຄັ້ງທີ 12 ທີ່ແຂວງຫລວງ
ພະບາງ
, ວັນທີ 7-10 ມິຖຸນາ 2011 ເພື່ອຈັດຕັ້ງປະຕິບັດໃນສົກປີ 2012-2013 ລວມມີທັງໝົດ 14 ໂຄງການ, ໃນນີ້ ສປປ ລາວ
ກໍ່ໄດ້ຮັບອະນຸມັດຢູ່
1 ໂຄງການຄື: ໂຄງການສະແດງຮ້ອງເພງຂອງບັນດາສິລະປິນຈາກປະເທດສະມາຊິກອາຊຽນ (ASEAN Concert
in Lao PDR),
ຊຶ່ງເປັນໂຄງການຂອງອະນຸກຳມະການວັດທະນະທຳອາຊຽນລາວ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບໂຄງການຮ່ວມມືໃນຂົງເຂດວຽກງານຖະແຫລງຂ່າວ ແລະ ວັດທະນະທຳ ລະຫວ່າງ
ອາຊຽນ ກັບບັນດາປະເທດຄູ່ເຈລະຈາເປັນຕົ້ນ: ອົສຕຣາລີ, ການາດາ, ສປ ຈີນ, .ເກົາຫລີ, ອີຢູ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ຣັດເຊຍ,
ອາເມລິກາ ແລະ ອາຊຽນ+3 (ສປ ຈີນ, .ເກົາຫລີ ແລະ ຍີ່ປຸ່ນ).

ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ຮັບຊາບວ່າໃນໄລຍະງານມະຫາກຳສິລະປະອາຊີ ຄັ້ງທີ 12 ທີ່ ສປ ຈີນ, ລັດຖະມົນຕີຮັບຜິດຊອບ
ວຽກງານວັດທະນະທຳອາຊຽນ
ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງກອງປະຊຸມຂອງລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ-ສິລະ
ປະອາຊຽນ
+1, ກອງປະຊຸມດັ່ງກ່າວຈະໄດ້ຈັດຄຽງຄູ່ກັບກອງປະຊຸມລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ-ສິລະປະອາຊຽນ 
(AMCA)
ແລະ AMCA+3 ຊຶ່ງຈະໄດ້ຈັດຂຶ້ນຢູ່ທີ່ປະເທດສິງກະໂປ ໃນລະຫວ່າງເດືອນພຶດສະພາ 2012 ນີ້.