ການນຳສູນກາງແນວລາວສ້າງຊາດເຂົ້າອວຍ
ພອນວັນສ້າງຕັ້ງກອງທັບ ຄົບຮອບ
63 ປີ
ໃນວັນທີ
20 ມັງກອນ
2012 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ
63 ປີ
(20/1/1949-20/1/2012) ທ່ານ ດຣ.
ພັນດວງຈິດວົງສາກຳມະການສູນກາງພັກ,ປະທານສູນກາງແນວລາວສ້າງຊາດ,
ພ້ອມທັງຄະນະໄດ້ເຂົ້າອວຍພອນໃນໂອກາດວັນສ້າງ
ຕັ້ງກອງທັບຄົບຮອບ
63 ປີ ຢູ່ທີ່ກະຊວງປ້ອງກັນປະເທດ ຈາກນັ້ນໄດ້ໄປອວຍພອນກອງພົນໃຫຍ່ທະຫານລາດທີ
I, ເມືອງວັງວຽງ,
ແຂວງວຽງຈັນ
ແລະ
ກອງ ຂ642 ຢູ່ແຂວງບໍລິຄຳໄຊ.
ກ່ອນນັ້ນໃນວັນທີ 19 ມັງກອນ 2012 ທ່ານ ຕົງ ເຢີທໍ່
ກຳມະການສູນກາງພັກ
ຮອງປະທານສູນກາງແນວລາວສ້າງຊາດ, ໄດ້ເຂົ້າ
ອວຍພອນການນຳແພດຫມໍຢູ່ໂຮງຫມໍ 103 ແລະ ທ່ານ ນາງ ບົວວອນ
ອ່ອນຈັນຫອມ
ຮອງປະທານສູນກາງແນວລາວສ້າງຊາດ
ເຂົ້າອວຍພອນກອງພັນໃຫຍ່ 11, ນອກຈາກນີ້ຂ່າວຍັງໃຫ້ຮູ້ອີກວ່າ ໃນໂອກາດທ່ານປະທານໄປຢ້ຽມຢາມກອງພົນທະຫານລາດທີ I ຢູ່
ເມືອງວັງວຽງ, ແຂວງວຽງຈັນ ແລະ ກອງຂ 642 ຢູ່ແຂວງບໍລິຄຳໄຊ
ຄັ້ງນີ້ ທ່ານ ພັນໂທ
ປ້າ ສີສະຫລຽວ
ທຳມະເທວາ ກຳມະການ
ສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍເຫລືອຄວາມທຸກຍາກແຫ່ງຊາດ
ພ້ອມຄະນະໄດ້ນຳເອົາເຄື່ອງຊ່ວຍເຫລືອປະເພດ
ເຄື່ອງອຸປະໂພກຄິດເປັນມູນຄ່າຫລາຍສິບລ້ານກີບໄປມອບເພື່ອເປັນຂວັນກຳລັງໃຈໃຫ້ນາຍ ແລະ ພົນທະຫານໃນກົມກອງດັ່ງກ່າວ
ເພື່ອເປັນສິ່ງຊຸກຍູ້ກຳລັງໃຈໃນການປະຕິບັດຫນ້າທີ່.