ປະທານສະພາແຫ່ງຊາດ ລົງຢ້ຽມຢາມ
ອຳນາດການປົກຄອງເຂດ
ຕັງອາໄລ-ລະແບງ

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳຂັ້ນສູງທີ່ມີຕໍ່ປະຊາຊົນບັນດາເຜົ່າໃນຕອນບ່າຍຂອງວັນທີ 2 ກຸມພາ 2012,
ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ລົງພົບປະໂອ້ລົມ ແລະ ຢ້ຽມ
ຢາມອຳນາດການປົກຄອງ
ແລະ ພໍ່ແມ່ປະຊາຊົນເຂດຕັງອາໄລ-ລະແບງທີ່ຂຶ້ນກັບເມືອງນອງ ແຂວງສະຫວັນນະເຂດ, ຊຶ່ງໃນ
ໂອກາດລົງພົບປະໂອ້ລົມຄັ້ງນີ້ແມ່ນໄດ້ຖືກຕ້ອນຮັບຈາກທ່ານ ດຣ
. ຄຳເຜີຍ ຜັນທະຈອນ ຄະນະປະຈຳພັກແຂວງ, ຮອງເຈົ້າ
ແຂວງ
ສະຫວັນນະເຂດ, ທ່ານ ຫວັນຄຳ ອິນທິຈັກ, ຄະນະປະຈຳພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດເຂດ
ເລືອກຕັ້ງທີ
13, ປະທານແນວລາວສ້າງຊາດແຂວງ, ທ່ານ ບຸນເຖິງ ແກ້ວບຸນເຮືອງ ກຳມະການພັກແຂວງ, ເລຂາພັກເມືອງ,
ເຈົ້າເມືອງໆນອງ, ຈາກນີ້ກໍ່ມີອຳນາດການປົກຄອງຂັ້ນຕ່າງໆຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຕ່າງໆເຂດຕັງອາໄລ-
ລະແບງເຂົ້າຮ່ວມຈຳນວນຫລວງຫລາຍ. ຈາກການໄດ້ຮັບຟັງການລາຍງານສະພາບການດ້ານຕ່າງໆພາຍໃນເຂດຈຸດສຸມ ຊຶ່ງຊີ້
ໃຫ້ເຫັນວ່າ
: ເຖິງວ່າປະຊາຊົນໃນທ້ອງຖິ່ນນີ້ຍັງພົບກັບຄວາມຫຍຸ້ງຍາກເປັນສ່ວນຫລາຍຍ້ອນວ່າເປັນເຂດທີ່ສອກຫລີກຫ່າງໄກ ເສັ້ນທາງໄປມາພົບຄວາມຫຍຸ້ງຍາກປະຊາຊົນຍັງຍຶດຖືອາຊີບການຖາງປ່າເຮັດໄຮ່ເຮັດອາຊີບເລື່ອນລອຍແຕ່ວ່າພາຍໃນທ້ອງຖິ່ນ
ຍັງມີຄວາມສະຫງົບເປັນພື້ນຖານ
, ແຕ່ຍ້ອນຄວາມເອົາໃຈໃສ່ຂອງອຳນາດການປົກຄອງແຕ່ລະຂັ້ນບວກກັບຄວາມຕື່ນຕົວຂອງປະ
ຊາຊົນຈາກມື້ນັ້ນມາຮອດມື້ນີ້ປະຊາຊົນບັນດາເຜົ່າເລີ່ມມີໃບໜ້າໃໝ່ເຊັ່ນ
: ພື້ນຖານໂຄງລ່າງກໍ່ເລີ່ມມີການລົງທຶນໃສ່ເປັນຕົ້ນໄດ້ມີ
ການວາງຜັງຕັດຕາຜ້າສ້າງຖະໜົນຫົນທາງພາຍໃນເຂດຈຸດສຸມ
, ກຳລັງຂະຫຍາຍຕາຂ່າຍໄຟຟ້າໃຫ້ໄປຮອດໄປເຖິງ, ມີການຈັດ
ສັນພູມລຳເນົາຂອງປະຊາຊົນຄືນໃໝ່
, ມີການລົງທຶນໃສ່ກໍ່ສ້າງສຸກສາລາ, ໂຮງຮຽນ ແລະ ສຳນັກງານອົງການຈຳນວນໜຶ່ງສ່ວນ
ການຜະລິດກະສິກຳແມ່ນ
ປະຊາຊົນໄດ້ເລີ່ມຫັນມາສົນໃຈການປູກໄມ້ອຸດສາຫະກຳເຊັ່ນວ່າ: ປູກຢາງໂບງ 133 ເຮັກຕາ, ກ້ວຍ
45 ເຮັກຕາ, ມັນຕົ້ນ 86 ເຮັກຕາ. ຈາກນັ້ນກໍ່ມີຢາງພາລາ ແລະ ປູກໄມ້ວິກ ໂດຍແມ່ນໂຄງການລົງທຶນຂອງຕ່າງປະເທດສະ
ໜັບສະໜູນຮູບແບບສອງບວກສາມສ່ວນວ່າທາງດ້ານການສຶກສາແມ່ນລູກຫລານໄດ້ເຂົ້າຮຽນເພາະພາຍໃນຈຸດສຸມມີຫ້ອງຮຽນຮອດ
ຈົບມໍຕົ້ນ
, ສ່ວນທາງດ້ານການຮັກສາສຸຂະພາບແມ່ນປະຊາຊົນ ໄດ້ເລີ່ມມາສົນໃຈໃນການຮັກສາສຸຂະພາບຫລາຍຂຶ້ນເຊັ່ນມີແມ່ຍິງ
ແລະ
ເດັກນ້ອຍ ໄດ້ຮັບການສັກຢາຄົບຕາມເປົ້າໝາຍ, ການເກີດລູກເຄີຍເກີດຢູ່ປ່າກໍ່ໄດ້ພາກັນມາເກີດຢູ່ສຸກສາລາເພາະວ່າພາຍໃນ
ເຂດຈຸດສຸມມີໝໍຕຳແຍ
ແລະ ມີຕູ້ຢາປະຈຳບ້ານ ຊຶ່ງຈຸດສຸມແຫ່ງນີ້ແມ່ນໄດ້ຮັບການປະກາດສ້າງຂຶ້ນໃນວັນທີ 03 ເມສາ 2008 ຊຶ່ງ
ປະກອບມີ
13 ບ້ານ, 01 ຮາກຖານພັກມີ 04 ໜ່ວຍພັກ, ມີສະມາຊິກທັງໝົດ 86 ສະຫາຍ, ພາຍໃນເຂດຈຸດສຸມປະກອບມີ 799
ຄອບຄົວ, ມີ 599 ຫລັງຄາເຮືອນມີພົນລະເມືອງ 4.108 ຄົນ, ຍິງ 2.131 ຄົນເປັນເຜົ່າຕະໂອ້ຍ. ໃນໂອກາດດັ່ງກ່າວນີ້ທ່ານປະ
ທານສະພາແຫ່ງຊາດ
ໄດ້ສະແດງຄວາມຂອບອົກຂອບໃຈມາຍັງອຳນາດການປົກຄອງແຕ່ລະຂັ້ນກໍ່ຄືປະຊາຊົນບັນດາເຜົ່າ ພາຍໃນ
ເຂດຕັງອາໄລ
-ລະແບງ ທີ່ໄດ້ຕັ້ງໜ້າເຂົ້າໃນການແກ້ໄຂຄວາມທຸກຍາກພ້ອມກັນພັດທະນາທ້ອງຖິ່ນໄດ້ເລີ່ມມີໃບໜ້າໃໝ່. ພ້ອມນີ້ທ່ານ ໄດ້ແນະນຳໃຫ້ອຳນາດການປົກຄອງກໍ່ຄືປະຊາຊົນຊັ້ນຄົນຈົ່ງເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີເປັນປຶກແຜ່ນຢູ່ພາຍໃຕ້
ການນຳພາຂອງພັກ
, ອັນສຳຄັນແມ່ນເອົາໃຈໃສ່ເລື່ອງສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ລູກຫລານກໍ່ໄດ້ໃຫ້ເຂົ້າຮຽນຕາມເກນ ອາຍຸປຸກລະດົມໃຫ້ປະຊາຊົນຂະຫຍັນຂັນແຂງໃນການຜະລິດເປັນຕົ້ນແມ່ນປູກໄມ້ອຸດສາຫະກຳ ແລະ ລ້ຽງສັດໃຫຍ່ເປັນສິນຄ້າເຮັດ
ແນວໃດໃຫ້ຄວາມທຸກຍາກຂອງປະຊາຊົນໄດ້ຫຼຸດໜ້ອຍລົງເທື່ອລະກ້າວຕາມເປົ້າໝາຍສະຫັດສະວັດໃນປີ
2015. ໂອກາດນີ້ທ່ານກໍ່ຍັງ
ໄດ້ມອບຄອມພິວເຕີຈຳນວນ
03 ເຄື່ອງໃຫ້ໂຮງຮຽນມັດທະຍົມຕອນຕົ້ນຈຸດສຸມຕື່ມອີກ.

(ຂ່າວ: ສີລຳພັນ)