ບໍລິຄຳໄຊ ມອບເງິນບູລະນະຖ້ຳມູນເຊື້ອເມືອງວຽງໄຊ
ເພື່ອເປັນການປະກອບສ່ວນເຂົ້າໃນການບູລະນະປົກປັກຮັກສາສະຖານທີ່ມູນເຊື້ອປະຫວັດສາດທີ່ຖ້ຳງູ
ເມືອງວຽງໄຊ ແຂວງຫົວພັນ.
ຕອນເຊົ້າວັນທີ
1 ກຸມພາ
2012 ນີ້,
ຄະນະພັກ,
ອຳນາດການປົກຄອງແຂວງບໍລິຄຳໄຊ ໄດ້ນຳເອົາເງິນຈຳນວນ
200 ລ້ານກີບມາມອບ
ໃຫ້ຄະນະຈັດຕັ້ງສູນກາງພັກ;
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ໂດຍມີສະຫາຍ
ດຣ. ກອງແກ້ວ
ໄຊສົງຄາມ
ຮອງເລຂາພັກແຂວງ,
ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊເປັນຜູ້ກ່າວມອບ ແລະ ສະຫາຍ
ດຣ. ອ່ອນແກ້ວ
ພົມມະກອນ
ຮອງຫົວໜ້າ
ຄະນະຈັດຕັ້ງສູນກາງພັກຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກເປັນຜູ້ກ່າວຮັບໂດຍຊ້ອງໜ້າພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງ
ເຊິ່ງຈຳ
ນວນເງິນດັ່ງກ່າວແມ່ນໄດ້ຈາກການສົມທົບທຶນຈາກພາກສ່ວນຕ່າງໆຂອງແຂວງ.
ຈຸດປະສົງໃນການມອບເງິນຄັ້ງນີ້ແມ່ນແນໃສ່ປະກອບ
ສ່ວນປົກປັກຮັກສາ ແລະ ບູລະນະຖ້ຳມູນເຊື້ອ ຊຶ່ງເປັນສຳນັກງານບ່ອນເຮັດວຽກຂອງຄະນະຈັດຕັ້ງສູນກາງພັກໃນສະໄຫມຕໍ່ສູ້ກູ້ຊາດເມື່ອ
ກ່ອນຢູ່ເມືອງວຽງໄຊ ແຂວງຫົວພັນທີ່ເປັນຮ່ອງຮອຍປະຫວັດສາດຕິດພັນກັບປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ
ວຽກງານຈັດຕັ້ງພັກ-ພະນັກງານຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດນີ້,
ສະຫາຍ
ດຣ. ອ່ອນແກ້ວ
ພົມມະກອນ
ຮອງຫົວໜ້າຄະ
ນະຈັດຕັ້ງສູນກາງພັກໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ຄະນະພັກ,
ອຳນາດການປົກຄອງແຂວງບໍລິຄຳໄຊທີ່ໃຫ້ການຊ່ວຍ
ເຫລືອໃນຄັ້ງນີ້
ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການບູລະນະສະຖານທີ່ທີ່ເປັນຕົ້ນກຳເນີດມູນເຊື້ອຂອງຄະນະຈັດຕັ້ງສູນ
ກາງພັກໃຫ້ຄົງຢູ່ຕະຫລອດໄປ.