ບົດນໍາ ຊົມ​ເຊີຍການຢ້ຽມຢາມ ສປປ ລາວ
ຢ່າງ​ເປັນທາງການຂອງພະນະ​ທ່ານ ​ເຈືອງ ​ເຕິ​ນຊາງ
ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ຢ່າງສຸດ​ໃຈ

ໂດຍຕອບສະຫນອງຄຳເຊີນຂອງພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ, ພະນະທ່ານ ເຈືອງ ເຕິນຊາງ ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ
ແລະ
ຄະນະໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ແຕ່ວັນ
ທີ
9-11 ກຸມພາ 2012. ການເດີນທາງມາຢ້ຽມຢາມດັ່ງກ່າວນີ້ມີຂຶ້ນໃນຂະນະທີ່ປະຊາຊົນລາວບັນດາເຜົ່າກຳລັງຈັດຕັ້ງເຊື່ອມຊຶມຜັນ
ຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີ IX ຂອງພັກ, ການສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມຄື: 35 ປີວັນ
ເຊັນສົນທິສັນຍາມິດຕະພາບ
ແລະ ການຮ່ວມມື (18/7/1977-18/7/2012) ແລະ ການສ້າງຕັ້ງສາຍພົວພັນການທູດຄົບຮອບ 50 ປີ
(5/9/1962-5/9/2012), ປະຊາຊົນລາວບັນດາເຜົ່າທົ່ວທັງປະເທດມີຄວາມປິຕິຊົມຊື່ນ ແລະ  ເອກອ້າງທະນົງໃຈທີ່ໄດ້ມີໂອກາດຂ່ຳນັບ
ຮັບຕ້ອນພະນະທ່ານ
ເຈືອງ ເຕິນຊາງ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະ
ນະເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນລາວພວກເຮົາ ທີ່ໄດ້ນຳເອົານ້ຳໃຈມິດຕະພາບອັນຍິ່ງໃຫຍ່
ແລະ ຄວາມສາມັກຄີຮັກແພງ ແບບພິເສດຂອງປະຊາຊົນຫວຽດນາມອ້າຍນ້ອງມາສູ່ປະຊາຊົນລາວບັນດາເຜົ່າລາວ ແລະ ຫວຽດນາມແມ່ນສອງປະເທດອ້າຍນ້ອງທີ່ຢູ່
ຮ່ວມກັນບົນແຫລມອິນດູຈີນ
, ປະຊາຊົນສອງຊາດມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າແລກປ່ຽນວັດທະນະທຳ, ມີການໄປມາຫາສູ່ກັນ
ຖານບ້ານໃກ້ເຮືອນຄຽງຢ່າງສະໜິດແໜ້ນມາແຕ່ດົນນານ
. ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ
ຮ່ວມມືຮອບດ້ານລະຫວ່າງສອງພັກ
, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມທີ່ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ປະທານໄກສອນ
ພົມວິຫານ
ແລະ ປະທານສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫລໍ່ຫລອມບົນແປວໄຟປະຕິວັດ ແລະ ໄດ້ຜ່ານຜ່າການທົດສອບນາໆປະ
ການມານັ້ນປະຈຸບັນໄດ້ກາຍເປັນມໍລະດົກອັນລ້ຳຄ່າ
, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງທັງສອງຊາດ, ເປັນປັດໄຈ
ຕັດສິນໄຊຊະນະຂອງແຕ່ລະປະເທດ
ແລະ ພວມໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວທັງທາງກ້ວາງ ແລະ ທາງເລິກໃນທຸກຂົງເຂດ
ແລະ
ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງນຳເອົາຜົນປະໂຫຍດຢ່າງແທ້ຈິງມາໃຫ້ປະຊາຊົນສອງຊາດ. ບົນພື້ນຖານສັນຍາວ່າດ້ວຍການຮ່ວມມື
ດ້ານເສດຖະກິດ
, ວັດທະນະທຳ, ສຶກສາ, ວິທະຍາສາດ-ເຕັກນິກໃນປີທີ່ຜ່ານມາສອງຝ່າຍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນການ
ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ເຊັນກັນ
; ການຮ່ວມມືລະຫວ່າງສອງປະເທດໃນຫລາຍຂົງເຂດມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍເນື້ອໃນ
ຮູບການທີ່ອຸດົມສົມບູນ
, ນັບມື້ນັບເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງມີປະສິດທິຜົນປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີ
ສາຍພົວພັນທີ່ເປັນມູນເຊື້ອ
, ຄວາມສາມັກຄີພິເສດລະຫວ່າງສອງປະເທດການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງການນຳຂັ້ນສູງ ແລະ
ຂັ້ນຕ່າງໆ, ບັນດາຂະແໜງການ, ທ້ອງຖິ່ນຂອງສອງປະເທດ ໂດຍສະເພາະແມ່ນການຢ້ຽມຢາມຂອງການນຳຂັ້ນສູງຂອງພັກ, ລັດ, ສະພາ
ແຫ່ງຊາດ ແລະ
ລັດຖະບານພາຍຫລັງກອງປະຊຸມໃຫຍ່ຂອງແຕ່ລະຝ່າຍພ້ອມດ້ວຍຜົນສຳເລັດຂອງກອງປະຊຸມຂອງຄະນະກຳມາທິການຮ່ວມ
ມືລະຫວ່າງສອງລັດຖະບານໄດ້ປະກອບສ່ວນເຮັດໃຫ້ການພົວພັນດ້ານຕ່າງໆໄດ້ຮັບການປັບປຸງ
ແລະ ເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງ
ຄວາມໄວ້ເນື້ອເຊື່ອໃຈ
, ຄວາມຜູກພັນລະຫວ່າງການນຳ ແລະ ປະຊາຊົນສອງປະເທດໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.

ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ການເດີນທາງມາຢ້ຽມຢາມສັນຖະວະໄມຕີສາທາລະນະລັດ ປະຊາທິປະ
ໄຕ
ປະຊາຊົນລາວຢ່າງເປັນທາງການຂອງພະນະທ່ານ ເຈືອງ ເຕີນຊາງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມ
ດ້ວຍພັນລະຍາ
ແລະ ຄະນະ, ພ້ອມກັນນັ້ນກໍ່ຂໍອວຍພອນໃຫ້ການມາຢ້ຽມຢາມຄັ້ງນີ້ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ຊຶ່ງຈະເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຣ່ວມມືຮອບດ້ານລະຫວ່າງສອງພັກ,
ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມທີ່ມີມູນເຊື້ອອັນດີງາມມາເປັນເວລາຍາວນານນັ້ນໃຫ້ກ້າວສູ່ລະດັບສູງໃໝ່ເພື່ອຜົນປະໂຫຍດ
ຂອງປະຊາຊົນສອງຊາດລາວ
-ຫວຽດນາມກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.