ການເຊັນສັນຍາລະຫວ່າງແຂວງ
ຊານຊີ
ແລະ ແຂວງຫລວງພະບາງ

ໃນວັນທີ 5 ກຸມພາ 2012, ຄະນະຜູ້ແທນນະຄອນຈິນຈຸງ ແຂວງຊານຊີ ສປ ຈີນ ເຊິ່ງນຳໂດຍທ່ານ ຢວນຊົນຊິງ ຄະນະກຳ
ມະການສູນກາງພັກ
, ເລຂາພັກແຂວງໆຊານຊີ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກຫລວງພະບາງ ໂດຍ
ການອອກຕ້ອນຮັບຂອງທ່ານ ວົງສະຫວັນ
ເທບພະຈັນ ເຈົ້າເມືອງໆຫລວງພະບາງ ພ້ອມດ້ວຍຄະນະຢູ່ທີ່ສະໜາມບິນສາກົນ ແຂວງ
ຫລວງພະບາງໃນວັນດຽວກັນທ່ານກໍ່ໄດ້ພົບປະກັບທ່ານ ດຣ
. ຄຳແພງ ໄຊສົມແພງ ເຈົ້າແຂວງໆຫລວງພະບາງຢູ່ທີ່ຫ້ອງປະຊຸມຫ້ອງ
ວ່າການປົກຄອງແຂວງກ່ອນອື່ນທ່ານກໍ່ໄດ້ກ່າວຕ້ອນຮັບຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມເມືອງຫລວງພະບາງໃນຄັ້ງນີ້
, ພ້ອມທັງລາຍ
ງານຫຍໍ້ດ້ານເສດຖະກິດ
-ສັງຄົມຂອງແຂວງໃຫ້ແຂກໄດ້ຮັບຊາບເປັນຕົ້ນແມ່ນວຽກງານທາງດ້ານເສດຖະກິດ-ສັງຄົມ ແລະ ວຽກງານ
ທ່ອງທ່ຽວຈຳນວນໜຶ່ງ
. ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ຮ່ວມພິທີເຊັນສັນຍາລະຫວ່າງເມືອງຫລວງພະບາງແຂວງຫລວງພະບາງແຫ່ງ ສ
ປປ ລາວ ກັບນະຄອນຈິນຈຸງ
ແຂວງຊານຊີແຫ່ງ ສປ ຈີນ, ອີງຕາມຫລັກການຖະແຫລງການໃນການສ້າງສາຍພົວພັນການທູດລາວ
-ຈີນ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນເພື່ອຮັດແໜ້ນ ແລະ ເສີມ
ຂະຫຍາຍການຮ່ວມມືມິດຕະພາບລະຫວ່າງ
2 ເມືອງນະຄອນ. ຜ່ານການປຶກສາຫາລືແບບມິດຕະພາບທັງສອງຝ່າຍລະຫວ່າງເມືອງ
ຫລວງພະບາງ ສປປ ລາວ ກັບນະຄອນຈິນຈຸງ
ແຂວງຊານຊີແຫ່ງ ສປ ຈີນ ໄດ້ຕົກລົງເຫັນດີໃນການສ້າງໃຫ້ເປັນເມືອງມິດຕະພາບ
ອີງຕາມຫລັກການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ
, ຈາກນັ້ນທັງສອງຝ່າຍກໍ່ໄດ້ດຳເນີນການພົວພັນແລກປ່ຽນ ແລະ ຮ່ວມມືທາງດ້ານ
ເສດຖະກິດການຄ້າ
, ການທ່ອງທ່ຽວ, ວັດທະນະທຳ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ອື່ນໆດ້ວຍຫລາຍຮູບແບບຊຸກຍູ້ ແລະ
ສົ່ງເສີມໃຫ້ມີການພັດທະນາ
ແລະ ຈະເລີນຮຸ່ງເຮືອງໄປພ້ອມໆກັນນັບແຕ່ມື້ເຊັນສັນຍາທັງສອງຝ່າຍກໍ່ໄດ້ກຳນົດ 5 ປີ ພາຍຫລັງກຳ
ນົດແລ້ວຖ້າຫາກບໍ່ມີຝ່າຍໃດໜຶ່ງສະເໜີໂຈະສັນຍາສະບັບນີ້ກໍ່ສາມາດຕໍ່ເວລາໄປໄດ້ຕາມລະດັບແບບລັກສະນະເປັນ
2 ພາສາ ທັງພາ
ສາລາວ ແລະ
ພາສາຈີນທັງສອງພາສາລ້ວນແລ້ວແຕ່ມີຄຸນຄ່າເທົ່າທຽມກັນ.