ລາວ-ຫວຽດນາມ ເພີ່ມທະວີ
ການຮ່ວມມືວຽກງານໂທລະພາບ
ພິທີພົບປະເຈລະຈາ ແລະ ເຊັນສັນຍາບົດບັນທຶກການຮ່ວມມືລະຫວ່າງກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ
ທ່ອງທ່ຽວ
ແລະ
ໂທລະພາບ
ສສ ຫວຽດນາມ ໄລຍະປີ
2012-2015 ໄດ້ຈັດຂຶ້ນ
ເມື່ອວັນທີ 8
ກຸມພາ
2012 ທີ່ຫໍວັດທະນະທຳແຫ່ງຊາດ ນະ
ຄອນຫລວງວຽງຈັນ.
ຮ່ວມລົງນາມໃນສັນຍາຄັ້ງນີ້ແມ່ນທ່ານ
ສຈ.ດຣ.
ບໍ່ແສງຄຳ
ວົງດາລາ
ກຳມະການສູນກາງພັກລັດຖະມົນຕີວ່າ
ການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ
ທ່ອງທ່ຽວ ແລະ ທ່ານ ເຈິນບິງມິງ ກຳມະການສູນກາງພັກ,
ຜູ້ອຳນວຍການໃຫຍ່
ໂທລະພາບ ສສ
ຫວຽດນາມ
ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເນື້ອໃນຂອງສັນຍາສອງຝ່າຍໄດ້ຕົກລົງຮ່ວມກັນຄື:
ເພີ່ມທະວີແລກປ່ຽນຂ່າວ,
ບົດຂ່າວ
ຊຶ່ງມີຄວາມຍາວແຕ່
5-10 ນາທີ ກ່ຽວກັບຄົນ,
ວັດທະນະທຳ,
ເສດຖະກິດ ແລະ
ສັງຄົມເປັນປະ
ຈຳໃນແຕ່ລະອາທິດກັບໂທລະພາບຫວຽດນາມ.
ຜ່ານທາງລະບົບ
Ftp ຫລື
Http ດ້ວຍຮູບການທີ່ສອງຝ່າຍເປັນເອກະພາບກັນ,
ເຫັນ
ດີແລກປ່ຽນລາຍການໂທລະພາບອື່ນໆເຊັ່ນ:
ຟີມເອກະສານ,
ສິລະປະ,
ລະຄອນສັ້ນ,
ຮູບເງົາເລື່ອງ,
ການຮ່ວມມືໃນບັນດາໂຄງການ
ກ່ຽວກັບໂທລະພາບ,
ກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ
ທ່ອງທ່ຽວແຫ່ງ
ສປປ ລາວ
ສືບຕໍ່ສະຫນັບສະຫນູນໂທລະພາບ
ຫວຽດນາມ,
ປະຕິບັດໂຄງການກໍ່ສ້າງສະຖານີຖ່າຍທອດຕໍ່ວິທະຍຸ-ໂທລະພາບທີ່
ແຂວງອຸດົມໄຊ ແລະ ສະຫວັນນະເຂດຕາມສັນຍາກ່ຽວ
ກັບການຮ່ວມມືເສດຖະກິດ-ວິທະຍາສາດເຕັກນິກລະຫວ່າງລັດຖະບານແຫ່ງ
ສປປ ລາວ ແລະ ລັດຖະບານແຫ່ງ
ສສ ຫວຽດນາມ ທີ່
ໄດ້ລົງນາມຮ່ວມກັນ,
ໂທລະພາບຫວຽດນາມສືບຕໍ່ປະຕິບັດໂຄງການຕົວຫນັງສືຜ່ານຫນ້າຈໍໂທລະພາບຫວຽດນາມ
(VTV4) ທີ່ກະຈາຍຢູ່
ລາວ, ການຮ່ວມມືບຳລຸງກໍ່ສ້າງພະນັກງານໂທລະພາບຫວຽດນາມຈະໃຫ້ການຊ່ວຍເຫລືອກໍ່ສ້າງບຳລຸງສ້າງພະນັກງານວິຊາການໃຫ້ແກ່ໂທ
ລະພາບລາວ,
ໃນແຕ່ລະປີຈະເຊີນບັນດານັກຂ່າວ,
ບັນນາທິການ ແລະ ເຕັກນິກໂທລະພາບຂອງໂທລະພາບແຫ່ງຊາດລາວເຂົ້າຮ່ວມຊຸດ
ຝຶກອົບຮົມດ້ານວິຊາການຈາກບັນດານັກຊ່ຽວຊານ ແລະ ຄູ-ອາຈານຈາກຕ່າງປະເທດຢູ່ຫວຽດນາມ,
ການຊ່ວຍເຫລືອນັກຂ່າວເກັບກຳຂ່າວ
ໂດຍສອງຝ່າຍຈະຊ່ວຍເຫລືອຊຶ່ງກັນ ແລະ ກັນໃນເວລາເກັບກຳຂ່າວ,
ໂທລະພາບຫວຽດນາມຈະຊ່ວຍເຫລືອໂທລະພາບແຫ່ງຊາດລາວປະ
ຕິບັດພາລະບົດບາດໃນນາມເປັນເຈົ້າພາບຕໍ່ເຫດການສຳຄັນຂອງສາກົນທີ່ຈັດຂຶ້ນຢູ່
ສປປ ລາວ,
ລວມທັງກອງປະຊຸມອາເຊັມຄັ້ງທີ
IX ທີ່
ຈະຈັດຂຶ້ນໃນເດືອນ
11/2012 ຊ່ວຍເຫລືອໂທລະພາບແຫ່ງຊາດລາວໃນການບຳລຸງຮັກສາ ແລະ
ສ້ອມແປງອຸປະກອນເຄື່ອງສົ່ງ
10 KW
VL 2000 ແລະ ການແລກປ່ຽນຄະນະຜູ້ແທນຂັ້ນນຳ ແລະ ຄຸ້ມຄອງສອງຝ່າຍຈະສົ່ງຄະນະຜູ້ແທນ ແລະ ຄຸ້ມຄອງໄປຢ້ຽມຢາມ ແລະ ເຮັດ
ວຽກນຳກັນໃນແຕ່ລະປີ.