ທ່ານ ສົມສະຫວາດ ເລັ່ງສະຫວັດ ຕ້ອນຮັບ
ຄະນະຜູ້ແທນ ສ.ເຊັກ ແລະ ທູດເອີຣົບ
ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງຄະນະຜູ້ແທນລັດຖະສະພາສູງແຫ່ງສາທາລະນະລັດເຊັກ
ນຳໂດຍທ່ານອີວານ ອາດາມເມັກ, ຫົວຫນ້າກຳມາທິການເສດຖະກິດ ກະສິກຳ ແລະ ຂົນສົ່ງແຫ່ງ
ສ.ເຊັກ ແລະ ທ່ານ ດຣ. ເຟຣັດຣີກ ແຣມເບີເກີ ເອກອັກຄະລັດຖະທູດ, ຫົວຫນ້າຄະນະກຳມາທິການເອີຣົບປະຈຳ ສປປ ລາວ ເມື່ອວັນທີ 9 ພຶດສະພາ 2008 ນີ້, ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ.ໃນໂອກາດພົບປະໂອ້ລົມ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ໄດ້ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ທ່ານ ອີວານ
ອາດາມເມັກ ທີ່ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ
ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ສ.
ເຊັກ ໂດຍສະເພາະແມ່ນການຮ່ວມມືຂອງສອງອົງການນິຕິບັນຍັດ.ສຳລັບການຮ່ວມມືລະຫວ່າງ ສປປ ລາວ ສະຫະພາບເອີຣົບ ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ
ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫລືອຂອງສະພາບເອີຣົບເຂົ້າໃນການສ້າງສາພັດທະນາ ສປປ ລາວ
ໃນດ້ານຕ່າງໆທີ່ມີທ່າກ້າວດີຂຶ້ນເລື້ອຍໆ.