ຈຳປາສັກສຳເລັດການສອບເສັງ
ນັກຮຽນເກັ່ງຊັ້ນ ປໍ5 ທົ່ວແຂວງຄັ້ງທີ I
ຫວ່າງແລ້ວນີ້ ແຂວງຈຳປາສັກໄດ້ຈັດພິທີສອບເສັງນັກຮຽນເກັ່ງຊັ້ນ
ປໍ5
ທົ່ວແຂວງຄັ້ງທີ I ຂຶ້ນຢູ່ທີ່ສູນສອບເສັງພະແນກສຶກສາແຂວງ, ເຊິ່ງມີນັກຮຽນເຂົ້າຮ່ວມສອບເສັງທັງຫມົດ 29 ຄົນທີ່ມາຈາກ 10 ຕົວເມືອງ, ວິຊາທີ່ສອບເສັງມີຄະນິດສາດ, ພາສາລາວ ວັນນະຄະດີ ແລະ ໂລກອ້ອມຕົວ ໂດຍຄັດເລືອກເອົາແຕ່ທີ
13 ໃຫ້ກຽດເຂົ້າຮ່ວມພິທີສອບເສັງຄັ້ງນີ້ມີທ່ານນາງ ອາຈີນ ແສງສຸລິວົງ ຫົວຫນ້າພະແນກສຶກສາປະຈຳແຂວງ, ມີພະນັກງານຄູ
ອາຈານ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດນີ້ ທ່ານນາງ ເຂັມເພັດ
ໃບລາຕຣີ ຫົວຫນ້າຂະແຫນງສາມັນສຶກສາພະແນກດັ່ງກ່າວໃຫ້ສຳພາດວ່າ: ອີງໃສການປະຕິບັດແຜນພັດທະນາການສຶກສາ, ການສຶກສາປະຖົມພາກບັງຄັບ ແລະ ຍົກລະດັບຄຸນນະພາບການຮຽນການສອນຂອງຄູ ອາຈານ ເພື່ອບັນລຸຄາດຫມາຍສູ້ຊົນຂອງວຽກງານການສຶກສາໃນຕໍ່ຫນ້າ
ຍ້ອນແນວນັ້ນພວກເຮົາຈຶ່ງຈັດການສອບເສັງຄັ້ງນີ້ຂຶ້ນ ຊຶ່ງຖືວ່າເປັນຄັ້ງທີ I ໃນຮອບຫລາຍປີຜ່ານມານີ້, ສ່ວນຫລັກການສອບເສັງແມ່ນກວມເອົາຫລັກສູດຊັ້ນ ປ5, ການສອບເສັງກໍ່ມີທັງແບບປາລະໄນ ແລະ ອັດຕະໄນ, ພາຍຫລັງທີ່ຄັດເລືອກໄດ້ແຕ່ທີ 13 ແລ້ວ ແມ່ນຈະສືບຕໍ່ຕິດຕາມໃນແຕ່ລະຊັ້ນຕໍ່ໄປ ເພື່ອສອນເພີ່ມເຕີມທັກສະ, ຈັດກິດຈະກຳ ແລະ ເພີ່ມວຽກບ້ານໃຫ້ຫລາຍຂຶ້ນເພື່ອໃຫ້ກາຍເປັນນັກຮຽນເກັ່ງຕໍ່ໄປ.ຜ່ານການສອບເສັງຕົວຈິງຜົນປະກົດວ່າທີ
1 ໄດ້ແກ່ນາງ ສຸພະໄທ ລັງສີ ຈາກໂຮງຮຽນປະຖົມຂົວຕະພານ ເມືອງປາກເຊ
ໄດ້ 39
ຄະແນນ ຊຶ່ງໄດ້ຮັບລາງວັນເງິນສົດ 400.000 ກີບ ພ້ອມໃບຢັ້ງຢືນນັກຮຽນເກັ່ງ, ທີ 2 ທ້າວ ເດັກຕັ້ນ ຈາກໂຮງຮຽນປະຖົມຂີ້ນາກ
ເມືອງໂຂງ ໄດ້ 38 ຄະແນນ ໄດ້ຮັບລາງວັນເງິນສົດ 300.000 ກີບ ພ້ອມໃບຢັ້ງຢືນ ແລະ ທີ 3 ນາງ ສຸພາພອນ ໄຊຍະຈັກ ປະຖົມຫ້ວຍຍາງຄຳ ເມືອງປາກເຊ ໄດ້ 37 ຄະແນນ ໄດ້ຮັບລາງວັນເງິນສົດ 200.000 ກີບ ພ້ອມໃບຢັ້ງຢືນ, ນອກຈາກນີ້ກໍ່ຍັງມີລາງ ວັນກົມກອງກໍ່ຄືເມືອງດີເດັ່ນໃນການນຳພາຕື່ມອີກ.(ໂດຍ:
ທູນທອງໃຈ).