ຊົນລະປະທານແຂວງຫລວງນໍ້າທາໄດ້ຮັບ
ການປັບປຸງເພື່ອຮອງຮັບໃຫ້ແກ່ການຜະລິດ

ເພື່ອປະຕິບັດຕາມແຜນຜັນຂະຫຍາຍ
11 ແຜນງານ ແລະ 111 ໂຄງການຂອງລັດຖະບານວາງອອກ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຜັນຂະຫຍາຍອອກເປັນ 4 ເປົ້າຫມາຍ ແລະ 13 ມາດຕະການ ເພື່ອຈັດຕັ້ງປະຕິບັດໃນທົ່ວປະເທດ ພ້ອມນີ້ກໍ່ເພື່ອຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 5 ໃຫ້ປະກົດຜົນເປັນຈິງນັ້ນທາງອົງຄະນະພັກແຂວງກໍ່ຄືອົງຄະນະພັກເມືອງຫລວງນຳ້ທາແມ່ນໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພັດທະນາຊີວິດ ແລະ ຄອບຄົວຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.ທ່ານ ຄຳ ພະນາວັນ ຫົວຫນ້າຂະແຫນງຊົນລະປະທານແຂວງ ໄດ້ລາຍງານໃຫ້ຮູ້ໃນວັນທີ 8 ພຶດສະພາ 2008 ນີ້ວ່າ ເພື່ອຕອບສະຫນອງນຳ້ໃຫ້ພຽງພໍແກ່ການຜະລິດເຂົ້ານາປີຂອງຊາວກະສິກອນໃນທົ່ວແຂວງຫລວງນຳ້ທາປີນີ້ ທາງພະແນກກະສິກຳ  ປ່າໄມ້ ແຂວງກໍ່ຄືຂະແຫນງຊົນລະປະທານແມ່ນໄດ້ເອົາໃຈໃສ່ສ້ອມແປງບັນດາຊົນລະປະທານທີ່ມີການເປ່ເພ ແລະ ກໍ່ສ້າງໃຫມ່ອີກຫລາຍແຫ່ງມາຮອດປະຈຸບັນທົ່ວແຂວງມີລະບົບຊົນລະປະທານທັງຫມົດ 1.178 ແຫ່ງ, ມີອ່າງເກັບນຳ້ 9 ແຫ່ງ, ໃນນັ້ນຝາຍເບຕົງເສີມເຫລັກ 39 ແຫ່ງ, ຝາຍຫີນກໍ່ 21 ແຫ່ງ, ຝາຍຊອງຫີນ 197 ແຫ່ງ, ຝາຍພື້ນເມືອງ 882 ແຫ່ງ ແລະ ມີປະຕູນຳ້ 30 ແຫ່ງ. ຈະສາມາດສະຫນອງນຳ້ໃນລະດູຝົນປີນີ້ໄດ້ 10.653,94 ເຮັກຕາ, ລະດູແລ້ງ 2.454,26 ເຮັກຕາ, ເຊິ່ງຊົນລະປະທານທີ່ເປ່ເພ່ທີ່ໄດ້ຮັບການປັບປຸງຄືນໃຫມ່ໃນປີນີ້ມີຢູ່ 7 ໂຄງການໃຫຍ່, ມີ 12 ຈຸດ ລວມມູນຄ່າ 4 ຕື້ 680 ລ້ານກີບ, ໂດຍແມ່ນທຶນຂອງລັດຖະບານ 100% ໃນນີ້ຊົນລະປະທານທີ່ສາມາດສະຫນອງນຳ້ຫົດເນື້ອທີ່ນາຫລາຍກວ່າຫມູ່ແມ່ນໂຄງການຊົນລະປະທານນຳ້ທາ 3 ເມືອງຫລວງນຳ້ທາ ທີ່ມີຄອງເຫມືອງຍາວ 8.500 ແມັດ ສາມາດສະຫນອງນຳ້ໄດ້ 850 ເຮັກຕາ. ທ່ານ ຄຳ ພະນາວັນ ຍັງໄດ້ກ່າວຕື່ມວ່າ: ສຳລັບສົກ 2008 - 2009 ທາງຂະແຫນງຊົນລະປະທານໄດ້ມີແຜນການປັບປຸງ ແລະ ກໍ່ສ້າງຊົນລະປະທານອີກ 4 ໂຄງການ ເພື່ອສະຫນອງນຳ້ໃຫ້ແກ່ການຜະລິດຂອງຊາວກະສິກອນໃນທົ່ວແຂວງໃຫ້ພຽງພໍຢ່າງທົ່ວເຖິງ ໃນນັ້ນຈະໄດ້ສ້າງຊົນລະປະທານນຳ້ຈຸກ ເມືອງວຽງພູຄາ, ນຳ້ອານ ເມືອງລອງ, ນຳ້ຍາງ ເມືອງນຳ້ທາ ແລະ ນຳ້ແກ້ວ ເມືອງສິງ ໂດຍແມ່ນທຶນຂອງລັດຖະບານ 100% ລວມມູນຄ່າທັງຫມົດ 6 ຕື້ 500 ລ້ານກວ່າກີບ.ໂອກາດດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງປະຊາຊົນກໍ່ຄືຊາວກະສິກອນຈົ່ງເອົາໃຈໃສ່ໃນການຫ້າງຫາກະກຽມສຸມໃສ່ການຜະລິດໂດຍສະເພາະແມ່ນນາທີ່ໄດ້ຮັບຜົນປະໂຫຍດຈາກຄອງເຫມືອງແຫ່ງຕ່າງໆຈົ່ງເອົາໃຈໃສ່ບົວລະບັດຮັກສາອະນາໄມຄອງເຫມືອງ ເພື່ອເຮັດໃຫ້ການສະຫນອງນຳ້ເຂົ້ານາປີ ປີນີ້ໃຫ້ທ່ວງທັນກັບລະດູການ, ເອົາໃຈໃສ່ຄຸ້ມຄອງນຳໃຊ້ໃຫ້ໄດ້ຍາວນານ ເພື່ອຮັບປະກັນບໍ່ໃຫ້ມີການເປ່ເພ ພ້ອມດຽວກັນນີ້ກໍ່ໄດ້ຈັດເປັນກຸ່ມສຳລັບຜູ້ນຳໃຊ້ນຳ້ຈາກຊົນລະປະທານທີ່ໄດ້ມີການເກັບເງິນຄ່ານຳ້ ເງິນດັ່ງກ່າວໄດ້ສ້າງເປັນກອງທຶນເພື່ອປ້ອງກັນເວລາຝາຍເປ່ເພແມ່ນໄດ້ໃຊ້ທຶນນັ້ນເພື່ອສ້ອມແປງຄືນຕື່ມອີກ.