ລັດຖະມົນຕີວ່າການກະຊວງສຶກສາທິການ
ພ້ອມຄະນະເດີນທາງໄປ ສສ ເຢຍລະມັນ

ທ່ານສາສະດາຈານ ດຣ. ສົມກົດ ມັງຫນໍ່ເມກ
, ລັດຖະມົນຕີວ່າການກະຊວງສຶກສາທິການ ພ້ອມດ້ວຍຄະນະໄດ້ເດີນທາງໄປສາທາລະນະລັດ ສະຫະພັນເຢຍລະມັນ ແຕ່ວັນທີ 3 ຫາ 11 ພຶດສະພາ 2008 ນີ້ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊີ  ເອີຣົບ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງແບກແລັງ.ຈຸດປະສົງຂອງກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກອາຊີ  ເອີຣົບ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາຊັ້ນສູງ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອສ້າງໂອກາດການຮຳ່ຮຽນ ແລະ ແຮງງານຂອງໄວຫນຸ່ມຕະຫລອດຮອດການຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ຄຸນນະພາບດ້ານການສຶກສາ ເພື່ອແນໃສ່ຮັບໃຊ້ການຂະຫຍາຍຕົວຂອງສັງຄົມຢູ່ອາຊີ - ເອີຣົບ, ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງເອີຣົບ ແລະ ອາຊີ, ການແລກປ່ຽນດ້ານຄວາມຮູ້ ແລະ ຕະຫລາດແຮງງານໃນຂົງເຂດການສຶກສາ ແລະ ອຸດສາຫະກຳ ໃນລະດັບຊາດ, ສາກົນ, ຂົງເຂດພາກພື້ນ ແລະ ລະດັບທ້ອງຖິ່ນເພື່ອໃຫ້ຊາວຫນຸ່ມ, ໄວຫນຸ່ມໄດ້ຮັບການສຶກສາ, ມີວຽກເຮັດງານທຳຫລາຍຂຶ້ນກວ່າເກົ່າ.ໃນກອງປະຊຸມລັດຖະມົນຕີສຶກສາອາຊີ  ເອີຣົບຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ຕົກລົງກັນສ້າງແຜນຍຸດທະສາດການສຶກສາໃນອາຊີ - ເອີຣົບຂຶ້ນ ແລະ ກອງປະຊຸມຄັ້ງຕໍ່ໄປ, ຈະໄດ້ຈັດຂຶ້ນຢູ່ ສສ ຫວຽດນາມ ໃນປີ 2009 ທີ່ຈະມາເຖິງນີ້.