ພິທີເປີດໂຮງງານປຸງແຕ່ງຝຸ່ນທອງ
ວັນທີ 9 ພຶດສະພາ 2008 ທີ່ພູຄຳ ເມືອງໄຊສົມບູນ ແຂວງວຽງຈັນ ໄດ້ມີພິທີເປີດໂຮງງານປຸງແຕ່ງຝຸ່ນທອງຢ່າງເປັນທາງການ
ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າຂອງທ່ານ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ບອບໄບຼອັນ ປະທານ ບໍລິສັດ ແພນອົສຕຣາລີ, ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ ພູເບ້ຍມາຍນິງ ຈຳກັດ, ທ່ານເຈົ້າແຂວງໆວຽງຈັນ ແລະ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.ທ່ານ
ຈັນເພັງ ບຸນນະຜົນປະທານ ບໍລິສັດ ພູເບ້ຍ ມາຍນິງຈຳກັດ ໃນການສຳຫລວດພົບປະລິມານສະສົມແຮ່ຢູ່ພູຄຳ
ຄາດຄະເນວ່າການຜະລິດທອງສຳລັບປີ 2009 ຈະສູ້ງຂຶ້ນຮອດ 60.000 ໂຕນ ແລະ 75.000 ໂຕນ ໃນປີ 2010 ໄປຄຽງຄູ່ກັບການຂະຫຍາຍໂຮງງານ. ນອກຈາກນັ້ນຍັງຈະຜະລິດຄຳໃຫ້ໄດ້
60.000
ອອນ ໃນປີ 2009 ແລະ 65.000 ອອນ ໃນປີ 2010, ສ່ວກນານຜະລິດເງິນແມ່ນ 600.000 ອອນຕໍ່ປີ ເລີ່ມແຕ່ປີ 2009 ເປັນຕົ້ນໄປ.ໂຄງການພູຄຳນີ້ຈະເຮັດໃຫ້ອຸດສາຫະກຳບໍ່ແຮ່ຂອງລາວໄດ້ຂະຫຍາຍຕົວອີກກ້າວຫນຶ່ງ
ທັງເປັນການປະກອບສ່ວນທາງດ້ານເສດຖະກິດຂອງລາວ, ໂຄງການໄດ້ສ້າງວຽກເຮັດງານທຳໃຫ້ພະນັກງານລາວຫລາຍກວ່າ 1.000 ຕຳແຫນ່ງ ແລະ ຍົກຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເຊັ່ນ:
ທາງດ້ານການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ. ໃນລະດັບທ້ອງຖິ່ນ ບໍລິສັດ
ໄດ້ສົມທົບກັບອຳນາດການປົກຄອງແຂວງໄດ້ສ້າງແຜນພັດທະນາຊຸມຊົນຂຶ້ນ, ຊຶ່ງ ບໍລິສັດ ໄດ້ປະກອບທຶນ 300.000 ໂດລາ/ປີ ເພື່ອປະກອບສ່ວນໃນນະໂຍບາຍຫລຸດຜ່ອນຄວາມທຸກຍາກຂອງລັດຖະບານ. ນອກນັ້ນຍັງໄດ້ປະຕິບັດພັນທະຂອງຕົນຕໍ່ລັດຖະບານເຊັ່ນ:
ເສຍພາສີສັບພະຍາກອນຄ່າສຳປະທານເນື້ອທີ່, ອາກອນເງິນເດືອນ ແລະ ອື່ນໆ.ຂ້າພະເຈົ້າເຊື່ອວ່າໂຄງການີ້ຈະເປັນການປະກອບສ່ວນເຂົ້າໃນ
GDP
ຂອງ ສປປ ລາວ. ຕົວຢ່າງເຊັ່ນການຄາດຄະເນຕົວເລກສົ່ງອອກຂອງລາວໃນປີ
2007
ແມ່ນ 1 ຕື້ໂດລາໃນເວລາດຽວກັນນັ້ນໂດຍອີງຕາມລາຄາຄຳ ທອງ ແລະ ເງິນໃນຕະຫລາດໂລກໃນປະຈຸບັນ ລາຍຮັບປະຈຳປີຂອງໂຄງການນີ້ແມ່ນ
500
ລ້ານໂດລາໃນປີ 2009 ແລະ ຈະເພີ່ມຂຶ້ນເປັນ 600 ລ້ານໂດລາໃນປີ 2010 ອາດຈະເທົ່າກັບ 50% ຂອງຕົວເລກສົ່ງອອກຂອງລາວ.ໂຄງການພູຄຳ ໄດ້ປຸງແຕ່ງແຮ່ທີ່ມີເປີເຊັນຕຳ່ທີ່ປະກອບດ້ວຍ
0,5%
ທອງ, ຄຳ 0,3 ກຼາມ/t ແລະ ທອງ 2,0 ກຼາມ/t ຂຶ້ນເຖິງ 50 ເທົ່າຕົວ ແລະ ກາຍເປັນແຮ່ເຂັ້ມຂົ້ນປະກອບດ້ວຍທອງ 25%, ຄຳ 7 ກຼາມ/ໂຕນ ແລະ ເງິນ 60 ກຼາມ/ໂຕນ ການປຸງແຕ່ງໃຫ້ເປັນແຮ່ເຂັ້ມຂຸ້ນນີ້ມັນໄດ້ເພີ່ມມູນຄ່າຮອດ
95%
ຊຶ່ງໃນນີ້ໂຮງຫລອມໄດ້ມູນຄ່າພຽງ 5%. ໃນນັ້ນໂຮງຫລອມຈະຕ້ອງຊື້ໂລຫະທອງ, ຄຳ ແລະ ເງິນ ຕາມເປີເຊັນທີ່ມີຢູ່ໃນແຮ່ເຂັ້ມຂຸ້ນຕາມລາຄາສາກົນ, ສ່ວນໂຮງຫລອມຈະບໍ່ໄດ້ຮັບຄ່າອື່ນໆໃດຫມົດເຖິງວ່າລາຄາໂລຫະໃນໂລກຈະສູງຂຶ້ນເທົ່າວໃດກໍ່ຕາມ.ໂຄງການດັ່ງກ່າວນີ້
ເຊິ່ງເປັນການຮ່ວມມືລະຫວ່າງ ບໍລິສັດ ແພນອົສຕຣາລີ ເປັນຜູ້ຖືຫຸ້ນໃຫຍ່ຂອງ ບໍລິສັດ ພູເບຍມາຍນິງຈຳກັດ
ດ້ວຍການລົງທຶນທັງຫມົດ 241 ລ້ານໂດລາສະຫະລັດ, ກຳນົດສຳປະທານ 2005 - 2020.