ສານຊົມເຊີຍນາຍົກລັດຖະມົນຕີຣັດເຊຍ
ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍຜ່ານສະຖານເອກອັກຄະລັດຖະທູດ
ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ໄດ້ສົ່ງສານຊົມເຊີຍຂອງພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຖິງ
ພະນະທ່ານ ວາລະດີເມຍ ປູຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ເຊິ່ງເນື້ອໃນວ່າ: ພະນະທ່ານ
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແຫນ່ງນາຍົກລັດຖະມົນຕີແຫ່ງ ສະຫະພັນ
ຣັດເຊຍ, ໃນນາມລັດຖະບານແຫ່ງສປປ ລາວ ປະຊາຊົນ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ
ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໃນໄລຍະທີ່ທ່ານດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ
ແຫ່ງ ສ. ຣັດເຊຍ ນີ້ຂ້າພະເຈົ້າຈະໄດ້ມີໂອກາດປຶກສາຫາລື ແລະ ເຮັດວຽກຮ່ວມກັບພະນະທ່ານ ເພື່ອຮັດແຫນ້ນສາຍພົວພັນມິດຕະພາບ
ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງປະເທດພວກເຮົາໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນຂອງສອງຊາດ ລາວຣັດເຊຍ, ເພື່ອການຮ່ວມມືພັດທະນາ ແລະ ສັນຕິພາບໂລກ.ອີກເທື່ອຫນຶ່ງຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ
ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດອັນສະຫງ່າງາມໃນການປະຕິບັດຫນ້າທີ່ອັນມີກຽດອັນສູງສົ່ງຂອງພະນະທ່ານ.