ສານຊົມເຊີຍວັນສ້າງຕັ້ງສະຫະພາບເອີຣົບ
ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງພະນະທ່ານ ໂຈເຊ ມານູເອລ ດຸຣາວ ບາໂຣໂຊ ປະທານຄະນະກຳມາທິການເອີຣົບ ທີ່ບຣຸກແຊນ ເຊິ່ງມີເນື້ອໃນວ່າ:ເນື່ອງໃນໂອກາດວັນສ້າງຕັ້ງສະຫະພາບເອີຣົບ
,  ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສະແດງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ສະຫະພາບເອີຣົບທຸກຖ້ວນຫນ້າ.ຂ້າພະເຈົ້າຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ ຊຶ່ງນັບມື້ມີການຂະຫຍາຍຕົວເປັນກ້າວໆມານັ້ນ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ເສີມຂະຫຍາຍເພື່ອຜົນປະໂຫຍດລວມຂອງປະຊາຊົນລາວ ແລະ ປະຊາຊົນສະຫະພາບເອີຣົບ. ເພື່ອສັນຕິພາບໂລກ ແລະ ເພື່ອການພັດທະນາສາກົນ.ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານຊົມເຊີຍເຖິງພະນະທ່ານນາງ ເບນີຕາ ແຟແຣໂຣ ວາຣເທີເນີ, ຫົວຫນ້າຄະນະກຳມາທິການພົວພັນຕ່າງປະເທດ ແລະ ນະໂຍບາຍບ້ານໃກ້ເຮືອນຄຽງສະຫະພາບເອີຣົບທີ່ບຣຸກແຊນ ເຊິ່ງມີເນື້ອໃນວ່າ:ເນື່ອງໃນໂອກາດວັນສ້າງຕັ້ງສະຫະພາບເອີຣົບ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ໃນຫນ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.ຂ້າພະເຈົ້າຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຈະໄດ້ຮັບການສືບຕໍ່ພັດທະນາ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ ແລະ ປະຊາຊົນສະຫະພາບເອີຣົບ ແລະ ເພື່ອການຮ່ວມມືສາກົນ.