ທ່ານຮອງປະທານສະພາແຫ່ງຊາດຕ້ອນຮັບຜູ້ແທນ
ສະພາສາທາລະນະລັດເຊັກເຂົ້າຢ້ຽມຂໍ່ານັບ

ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ ອີວານ ອາດາມແມັກ (
Ivan ADAMEC) ຫົວຫນ້າກຳມາທິການເສດຖະກິດ, ກະສິກຳ ແລະ ການຂົນສົ່ງຂອງສະພາສູງແຫ່ງສາທາລະນະລັດເຊັກ ພ້ອມຄະນະໄດ້ເຂົ້າຢ້ຽມຂຳ່ນັບໃນຕອນເຊົ້າທີ 9 ພຶດສະພາ 2008 ນີ້ ທີ່ສະພາແຫ່ງຊາດ ໃນໂອກາດດັ່ງກ່າວທ່ານ ດຣ. ໄຊສົມພອນ ພົມວິຫານ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສາທາລະນະລັດເຊັກໂດຍສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ ແລະ ໃນໂອກາດທີ່ຄະນະຜູ້ແທນເດີນທາງມາຢ້ຽມຢາມລາວໃນຄັ້ງນີ້ ຄະນະຜູ້ແທນດັ່ງກ່າວກໍ່ໄດ້ພົບປະສອງຝ່າຍກັບກຳມາທິການເສດຖະກິດແຜນການແລະ ການເງິນຂອງສະພາແຫ່ງຊາດແຫ່ງ ສປປ ລາວ ນຳໂດຍທ່ານ ຄຳສິງ ໄຊຍະກອນ ຫົວຫນ້າກຳມາທິການເສດຖະກິດແຜນການ ແລະ ການເງິນ ພ້ອມຄະນະເຊິ່ງສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບການສະຫນັບສະຫນູນ ແລະ ພົວພັນການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ແລະ ບັນຫາສາກົນທີ່ສອງຝ່າຍມີຄວາມສົນໃຈນຳໂດຍສະເພາະກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືໃນຂະແຫນງຕ່າງໆເຊັ່ນ: ດ້ານເສດຖະກິດ, ການສຶກສາ, ກະສິກຳ ແລະ ອື່ນໆ.