ທ່ານນາງ ອ່ອນຈັນ ທຳມະວົງເຄື່ອນໄຫວຢ້ຽມຢາມແຂວງອຸດົມໄຊ
ລະຫວ່າງວັນທີ 46 ພຶດສະພາ 2008 ນີ້ ທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານ
ແລະ ສະຫວັດດີການ ສັງຄົມ ພ້ອມຄະນະໄດ້ເຄື່ອນໄຫວ
ແລະ ເຮັດວຽກຢູ່ແຂວງອຸດົມໄຊ. ໃນການເຄື່ອນໄຫວຢ້ຽມຢາມແຂວງອຸດົມໄຊຄັ້ງນີ້ທ່ານນາງ ອ່ອນຈັນ
ທຳມະວົງ ພ້ອມຄະນະກໍ່ໄດ້ເຂົ້າຮ່ວມເຮັດວຽກນຳບັນດາຄະນະນຳພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
ແລະ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງອຸດົມໄຊ ຈາກທ່ານນາງ ສີມົວ ຫົວຫນ້າພະແນກ, ພ້ອມນັ້ນທ່ານນາງ ອ່ອນຈັນ ທຳມະວົງ ໄດ້ເປັນກຽດໂອ້ລົມຕໍ່ພະນັກງານລັດຖະກອນພະແນກແຮງງານ
ແລະ ສະຫວັດດີການ ສັງຄົມ ແຂວງ ແລະ ຫ້ອງການແຮງງານ
ແລະ ສະຫວັດດີການ ສັງຄົມເມືອງໄຊ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອ້າຍນ້ອງພະນັກງານພະແນກແຮງງານ
ແລະ ສະຫວັດດີການ ສັງຄົມແຂວງ ແລະ ຫ້ອງການແຮງງານສະຫວັດດີການ ສັງຄົມເມືອງສູ້ຊົນຍາດມາໄດ້ໃນໄລຍະຜ່ານມາ ແລະ
ບັນຫາທີ່ຈະຕ້ອງເອົາໃຈໃສ່ ແລະ ປັບປຸງໃນຕໍ່ຫນ້າກໍ່ແມ່ນສູນສີມືແຮງງານຈັດຕັ້ງການຝຶກອົບຮົມ, ການຮຽນ ການສອນດ້ານສີມືແຮງງານໃຫ້ແກ່ຜູ້ທີ່ບໍ່ມີວຽກເຮັດງານທຳນັບມື້ຫລາຍຂຶ້ນ
ເພື່ອຫລີກລ້ຽງການວ່າງງານຂອງທຸກຄົນ. ເອົາໃຈໃສ່ເກັບກຳສະຖິຕິຈຳນວນແຮງງານຢູ່ບັນດາໂຮງຈັກໂຮງງານ, ບໍລິສັດ ທັງພາກລັດ
ເອກະຊົນ ແລະ ບັນດາພາກສ່ວນອື່ນໆໃຫ້ຄົບ, ຖືກຕ້ອງຊັດເຈນ, ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະເທດໃຫ້ເຂົ້າສູ່ລະບຽບກົດຫມາຍແຫ່ງ
ສປປ ລາວ.ໂອກາດດຽວກັນນີ້ທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຍັງໄດ້ນຳເອົາຄອມພີວເຕີຈຳນວນ
2 ຊູດມາມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊຕື່ມອີກ.ພ້ອມກັນນັ້ນ, ທ່ານນາງ ່ອ່ອນຈັນ ທຳມະວົງ ຍັງໄດ້ເຂົ້າພົບປະເຈົ້າແຂວງໆອຸດົມໄຊ
ໄປຢ້ຽມຢາມສູນສີມືແຮງງານ, ທ່ຽວຊົມແຫ່ງຕ່າງໆຂອງແຂວງຈຳນວນຫນຶ່ງ. (ໂດຍ: ອ່າງຄຳ ວິລະສັກ).