ສະພາແຫ່ງຊາດຈັດສຳມະນາກ່ຽວກັບການຄວບຄຸມຢາສູບ
ເພື່ອກະກຽມສ້າງຮ່າງກົດຫມາຍການຄວບຄຸມຢາສູບໃນອະນາຄົດ
ສະພາແຫ່ງຊາດຮ່ວມກັບຄະນະກຳມະການຄວບຄຸມຢາສູບໄດ້ຈັດສຳມະນາກ່ຽວກັບການຄວບຄຸມຢາສູບເພື່ອກະກຽມໃຫ້ແກ່ການພິຈາລະນາສ້າງຮ່າງກົດຫມາຍການຄວບຄຸມຢາສູບໃນອະນາຄົດ
ໂດຍການສະຫນັບສະຫນູນຂອງສະຫະພັນສາກົນຕ້ານພະຍາດປອດ ແລະ ວັນນະໂຣກ. ພາຍໃຕ້ການເປັນປະທານຂອງທ່ານ
ດວງດີ ອຸດທະຈັກ ຫົວຫນ້າກຳມາທິການວັດທະນະທຳ
ສັງຄົມ ສະພາແຫ່ງຊາດ. ເຊິ່ງມີບັນດາຫົວຫນ້າກຳມາທິການ, ຮອງກຳມາທິການ, ສະມາຊິກສະພາອ້ອມຂ້າງສູນກາງ ແລະ ສສຊ ເຂດ 1 ພ້ອມດ້ວຍຕົວແທນຈາກກົມກະຊວງຕ່າງໆເຂົ້າຮ່ວມ.ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເພີ່ມຄວາມຮັບຮູ້
ແລະ ເຂົ້າໃຈຕໍ່ກັບສະພາບຂອງຢາສູບໃນທົ່ວໂລກ ແລະ ຢູ່ ສປປ ລາວ ແລະ ຜົນຮ້າຍຈາກຢາສູບ ແລະ
ວິທີການແກ້ໄຂບັນຫາຢາສູບໃຫ້ແກ່ການນຳ, ສະມາຊິກສະພາແຫ່ງຊາດ ແລະ ພະນັກ ງານວິຊາການຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອການກະກຽມໃຫ້ແກ່ການພິຈາລະນາສ້າງຮ່າງກົດຫມາຍການຄວບຄຸມຢາສູບໃນອະນາຄົດ.