ກະຊວງສາທາລະນະສຸກຝຶກອົບຮົມວຽກງານກວດກາ
ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ
VIII ຂອງພັກປະຊາຊົນປະ ຕິວັດລາວ ແລະ ເພື່ອປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການສະຫລຸບຕີລາຄາການເຄື່ອນໄຫວວຽກງານ ກວດກາພັກ  ລັດ ແລະ ປັບປຸງການຈັດຕັ້ງກວດກາຂອງກະຊວງອົງການ ແລະ ທ້ອງຖິ່ນ ສະບັບເລກທີ 688/ຄກສ, ລົງວັນທີ 10 ພະຈິກ 2006. ໂດຍປະຕິບັດຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ສະບັບເລກທີ 1096/ກຊສ ລົງວັນທີ 19 ກຸມພາ 2007 ດັ່ງນັ້ນທາງກົມກວດກາຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມວຽກງານກວດກາອ້ອມຂ້າງກະຊວງສາທາລະນະສຸກຂຶ້ນໃນວັນທີ 28/4  7/5/2008 ເປັນເວລາ 7 ວັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳຮຸ່ງ ເຮືອງວົງສີ ຮອງເລຂາຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ມີທ່ານ ບຸນປອນ ສັງສົມສັກ ກຳມະການ ຄະນະກຳມະການກວດກາສູນກາງ ແລະ ບັນດາຄະນະຫນ່ວຍພັກຈາກຫ້ອງການ, ກົມ, ສະຖາບັນ, ໂຮງຫມໍ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງຮຽນ, ສູນ, ໂຮງງານອ້ອມຂ້າງກະຊວງສາທາລະນະສຸກ ແລະ ພະນັກງານວິຊາການຈຳນວນຫນຶ່ງ ລວມທັງຫມົດ 45 ສະຫາຍ ເປັນຍິງ 11 ສະຫາຍ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ກະຊວງສາທາລະ ນະສຸກ, ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາພັກ  ລັດທົ່ວປະເທດ ຄັ້ງວັນທີ 9 11 ເມສາ 2007, ເພື່ອສ້າງຄວາມ ຮັບຮູ້ ແລະ ເຂົ້າໃຈໃຫ້ພະນັກງານຜູ້ເຮັດວຽກງານກວດກາປະຈຳຢູ່ບັນດາຫນ່ວຍພັກກົມກອງອ້ອມຂ້າງກະຊວງສາທາລະນະສຸກໃຫ້ດີຂຶ້ນ. ກອງປະຊຸມໄດ້ແບ່ງອອກເປັນ 2 ບາດກ້າວ.ວຽກງານກວດກາເປັນວຽກທີ່ລະອຽດອ່ອນທີ່ສຸດຕ້ອງໄດ້ໃຊ້ເວລາຫລາຍບົນພື້ນຖານຄວາມຮັບຮູ້ຕ້ອງໄດ້ມີການກວດກາເພື່ອຍົກສູງບົດບາດການນຳພາຂອງພັກ ການຄຸ້ມຄອງຂອງລັດ ຊຶ່ງເຫັນໄດ້ຄວາມພະຍາຍາມຕັ້ງຫນ້າຄວາມເຂົ້າໃຈເປັນເອກະພາບຕໍ່ເອກະສານກ່ຽວກັບວຽກງານກວດກາເປັນຢ່າງດີ ຫລັງຈາກນັ້ນກໍ່ໄດ້ຕີລາຄາປະເມີນການຝຶກອົບຮົມເນື້ອໃນເອກະສານ ແລະ ຈັດປະເພດ, ຖອນບົດຮຽນເພື່ອຈັດກອງປະຊຸມອົບຮົມໃນຄັ້ງຕໍ່ໄປ. ສຸດທ້າຍກໍ່ໄດ້ມີພິທີມອບໃບຢັ້ງຢືນການຝຶກອົບຮົມໃຫ້ນັກສຳມະນາກອນແຕ່ລະກົມກອງອ້ອມຂ້າງກະຊວງ.