ຈັດຊຸດອົບຮົມສື່ໂຄສະນາເພື່ອຕ້ານພະຍາດໄຂ້ຫວັດສັດປີກ
ຫນັງສືພິມ ປະຊາຊົນ ໂດຍການຮ່ວມມືກັບອົງການ (NAHICO) ຈຶ່ງໄດ້ຈັດຊຸດອົບຮົມສື່ໂຄສະນາ ເພື່ອຕ້ານພະຍາດໄຂ້ຫວັດສັດປີກ
ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2008 ນີ້ ຢູ່ສຳນັກງານຫນັງສືພິມ ປະຊາຊົນ ນະຄອນຫລວງວຽງຈັນ.ເຂົ້າຮ່ວມຮັບຟັງໃນການເຜີຍແຜ່, ຊຸດອົບຮົມໃນຄັ້ງນີ້ມີທ່ານ ບົວລະພັນ ທັນພິລົມ ຫົວຫນ້າບັນນາທິການໃຫຍ່ຫນັງສືພິມປະຊາຊົນພ້ອມດ້ວຍຄະນະ, ພະນັກງານວິຊາການ, ສື່ມວນຊົນເຂົ້າຮ່ວມລວມ 64 ຄົນ.ທ່ານ ດຣ. ບຸນຫລາຍ
ພົມມະສັກ ຫົວຫນ້າຫ້ອງການປະສານງານຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ (NAHICO) ໄດ້ເຜີຍແຜ່ກ່ຽວກັບຄວາມເປັນມາຂອງພະຍາດໄຂ້ຫວັດສັດປີກ, ສາເຫດ ແລະ ວິທີປ້ອງກັນ, ກໍລະນີມີການລະບາດຈາກຄົນສູ່ຄົນ, ການປ້ອງກັນການລະບາດໃຫຍ່ຂອງໄຂ້ຫວັດໃຫຍ່ໃນຄົນ, ການປະສານງານ ແລະ ການຕັດສິນໃຈ. ພາລະບົດບາດທີ່ສຳຄັນຂອງຂະແຫນງການອື່ນ, ການເຝົ້າລະວັງ ແລະ ການລາຍງານ, ມາດຕະການດ້ານສາທາລະນະສຸກ, ພາລະບົດບາດທີ່ສຳຄັນຂອງຂະແຫນງການອື່ນໆ, ການບໍລິການດ້ານສາທາລະນະສຸກທີ່ຈຳເປັນ, ການສື່ສານ.ຈຸດປະສົງຂອງແຜນການແມ່ນໃຫ້ທິດທາງນະໂຍບາຍກ່ຽວກັບການດຳເນີນງານສຳລັບຂະແຫນງການສາທາລະນະສຸກຢູ່ສູນກາງ
ແລະ ບັນດາແຂວງເພື່ອກຽມຕົວໃຫ້ພ້ອມ ແລະ ຕ້ານການລະບາດຂອງໄຂ້ຫວັດສັດປີກໄລຍະ 6 ແຜນການຂະແຫນງການສາທາລະນະສຸກ ຊຶ່ງເປັນພາກສ່ວນຫນຶ່ງຂອງແຜນການສຸກເສີນລວມແຫ່ງຊາດ
ເພື່ອຕ້ານການລະບາດພະຍາດດັ່ງກ່າວໃຫ້ທັນການ.