ທ່ານ ດຣ. ທອງລຸນ ສີສຸລິດ ສຳເລັດການ
ຢ້ຽມຢາມປະເທດຟີລິບປິນຢ່າງເປັນທາງການ
ແຕ່ວັນທີ 5 ເຖິງ 7 ພຶດສະພາ 2008, ຄະນະຜູ້ແທນຂັ້ນສູງຂອງກະຊວງການຕ່າງປະເທດ ນຳໂດຍ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ສາທາລະນະລັດ ຟີລິບປິນ
ຢ່າງເປັນທາງການຕາມການເຊື້ອເຊີນຂອງ ທ່ານ ອານແບກໂຕ ຈີ ໂຣມູໂລ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ. ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມພົບປະສອງຝ່າຍຢ່າງເປັນທາງການກັບຄະນະຜູ້ແທນທາງການຂອງຟີລິບປິນ
ນຳໂດຍ ທ່ານ ອານແບກໂຕ ຈີ ໂຣມູໂລ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຟີລິບປິນ. ໃນການພົບປະຄັ້ງນີ້ທັງສອງຝ່າຍໄດ້ສະແດງຄວາມປື້ມປິຕິຍິນດີທີ່ສອງປະເທດໄດ້ເສີມຂະຫຍາຍການພົວພັນຮ່ວມມືເຊິ່ງກັນ
ແລະ ກັນຢ່າງເປັນໜ້າເພິ່ງພໍໃຈທັງໄດ້ແຈ້ງໃຫ້ກັນຊາບສະພາບການທີ່ພົ້ນເດັ່ນຂອງປະເທດຕົນ ໂດຍສະເພາະແມ່ນຜົນສຳເລັດຂອງການປະຕິບັດແຜນພັດທະນາເສດຖະກິດສັງຄົມຢູ່ພາຍໃນປະເທດ, ການເຄື່ອນໄຫວໃນພາກພື້ນ. ພ້ອມນັ້ນກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການຕ່າງໆຢູ່ພາກພື້ນກໍ່ຄືສາກົນ
ແລະ ຄວາມຄືບໜ້າຂອງການປະຕິບັດບັນດາໂຄງການຕ່າງໆທີ່ສອງຝ່າຍໄດ້ຕົກລົງກັນຜ່ານມາ. ທ່ານລັດຖະມົນຕີທັງສອງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ
ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ ແລະ ໄດ້ຢືນຢັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນນຳກັນທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມລະຫວ່າງປະເທດທັງສອງ.ພາຍຫລັງການພົບປະຫາລືຢ່າງເປັນທາງການແລ້ວ, ພະນະທ່ານລັດຖະມົນຕີທັງສອງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງຄະນະກຳມາທິການຮ່ວມ
ເພື່ອການຮ່ວມມືສອງຝ່າຍລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ
ລັດຖະບານແຫ່ງ ສາທາລະນະລັດ ຟີລິບປິນ ດ້ວຍຈຸດປະສົງຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບດີຂຶ້ນ.ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂຳ່ນັບ
ພະນະທ່ານ ໂນລີ ເດີ ກາສໂຕຣ ຮອງປະທານາທິບໍດີ ແຫ່ງ ສ. ຟີລິບປິນ ທີ່ສຳນັກງານໂຣຊັນເບິກ ທີ່ນະຄອນຫລວງມະນີລາ.
ໃນການພົບປະຄັ້ງນີ້, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ກ່າວວ່າ: ຕົນໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວຈາກ
ພະນະທ່ານ ຮອງປະທານປະເທດ ບຸນຍັງ ວໍລະຈິດ ທີ່ສົ່ງເຖິງ ພະນະທ່ານ ເດີກາສໂຕຣ ແລະ ຂໍໃຫ້ທ່ານຈົ່ງຊ່ວຍນຳຄວາມຢ້ຽມຢາມຖາມຂ່າວຈາກ
ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ກະໂລເຣຍ
ມາກາປາກັນ ອາໂຣໂຢ, ປະທານາທິບໍດີ ແຫ່ງ ຟີລິບປິນ ດ້ວຍ.ນອກຈາກນີ້ແລ້ວ
ຄະນະຍັງໄດ້ຢ້ຽມຢາມໂຮງຮຽນສ້າງພະຍາບານ ແລະ ສູນຝຶກວິຊາຊີບແຕສດາ ໃນນະຄອນຫລວງມະນີລາ.