ວາງສີລາລືກກໍ່ສ້າງສູນການຄ້າລາວ - ຫວຽດນາມ
ເພື່ອເປັນການພັດທະນາຕົວເມືອງນະຄອນຫລວງວຽງຈັນໃຫ້ມີຄວາມສວຍສົດງົດງາມ
ແລະ ອີກດ້ານຫນຶ່ງກໍ່ເພື່ອເປັນການຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຊາວຄ້າຂາຍທີ່ຢາກມີຕະຫລາດໃຫຍ່ທີ່ມີຄວາມສະດວກສະບາຍໃນການຊື້ ຂາຍ. ດັ່ງນັ້ນທ່ານເຈົ້າຄອງນະຄອນຫລວງ ວຽງຈັນຈຶ່ງໄດ້ຕົກລົງເຫັນດີໃຫ້
ບໍລິສັດ ກໍ່ສ້າງຫວຽດນາມລົງທຶນກໍ່ສ້າງສູນການຄ້າລາວ ຫວຽດ ຫນອງຈັນ.ພິທີວາງສີລາລືກການກໍ່ສ້າງສູນການຄ້າລາວ ຫວຽດຫນອງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ
8 ພຶດສະພາ 2008 ໂດຍການເຂົ້າຮ່ວມພິທີກໍ່ສ້າງຂອງທ່ານ
ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຫງວຽນຮຸຍກວາງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ເຈີນວີຕວນ ປະທານ ບໍລິສັດ ຫຸ້ນສ່ວນລົງທຶນ ແລະ ພັດທະນາການຄ້າຫວຽດນາມ
ແລະ ແຂກຖືກເຊີນເຂົ້າຮ່ວມ.ທ່ານ ເຈີນວີຕວນ ປະທານ ບໍລິສັດ ຮັບເຫມົາກໍ່ສ້າງໃຫ້ຮູ້ວ່າ: ອີງໃສ່ແຜນການພັດທະນາຂອງລັດຖະບານລາວເວົ້າລວມເວົ້າສະເພາະກໍ່ຄືແຜນພັດທະນາຕົວເມືອງນະຄອນຫລວງວຽງຈັນໃຫ້ສວຍງາມ
ດັ່ງນັ້ນຈຶ່ງມີການລົງທຶນກໍ່ສ້າງສູນການຄ້າທັນສະໄຫມ ລາວ ຫວຽດ ໃສ່ໃນຂອບເຂດຕະຫລາດຂົວດິນ. ການລົງທຶນກໍ່ສ້າງຕະຫລາດຂົວດິນຫລັງເກົ່າໃຫ້ກາຍເປັນສູນການຄ້າທັນສະໄຫມນີ້
ຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມຢ່າງໃຫຍ່ຫລວງໃຫ້ຊາວນະຄອນຫລວງ. ອີກດ້ານຫນຶ່ງກໍ່ເປັນການປະປອບສ່ວນອັນສຳຄັນເຂົ້າໃນແຜນພັດທະນາພື້ນຖານເສດຖະກິດຂອງນະຄອນຫລວງໃຫ້ນັບມື້ຂະຫຍາຍຕົວ.ສູນການຄ້າທັນສະໄຫມລາວ ຫວຽດ ຫນອງຈັນ ມີເນື້ອທີ່ປຸກສ້າງ 11.500 ຕາແມັດ, ມີອາຄານ 5 ຊັ້ນ 2 ຫລັງ ອາຄານ 3 ຊັ້ນ 1 ຫລັງ ຈະມີ 1.000 - 1.200 ຮ້ານ. ເປັນໂຄງສ້າງເບຕົງເສີມເຫລັກ, ມີການຕົບແຕ່ງສວຍງາມ, ທັນສະໄຫມ, ມີລະບົບລິບ, ຂັ້ນໄດເລື່ອນຮັບໃຊ້ການຍົກຍໍ ແລະ ຂົນສົ່ງສິນຄ້າ, ມີລະບົບເຄື່ອງປັບອາກາດ (ແອເຢັນ), ລະບົບລະບາຍນຳ້ຄົບຊຸດ, ມີລະບົບດັບເພີງ ພ້ອມທັງເຮັດຝາອັດຄອງເຫມືອງຮ່ອງທອງ
ແລະ ເຮັດສວນອຸທິຍານ. ອັນພິເສດສູນດັ່ງກ່າວຍັງມີຮ້ານກິນດື່ມ, ຫ້ອງຈັດກອງປະຊຸມ ແລະ ຫ້ອງການໃຫ້ເຊົ່າ. ມີລະບົບຫ້ອງໃຕ້ດິນເພື່ອເປັນບ່ອນຈອດລົດໃຫຍ່, ລົດຈັກ ແລະ ບໍລິການອື່ນໆລວມມູນຄ່າການກໍ່ສ້າງທັງຫມົດ 11 ລ້ານກວ່າໂດລາສະຫະລັດ, ຈະໃຫ້ສຳເລັດກ່ອນວັນສ້າງຕັ້ງນະຄອນຫລວງວຽງຈັນຄົບຮອບ 450 ປີ ທີ່ຈະມາເຖິງ, ເປັນອາຄານ 3 ຊັ້ນ 1 ຫລັງ ແລະ ຈະສຳເລັດທັງຫມົດພາຍໃນປີ 2013.