ທະນາຄານນະໂຍບາຍຈະມີຫນ່ວຍບໍລິການຢູ່ເມືອງຮຸນ
ຜ່ານການກວດກາເຈົ້າຂອງໂຄງການທະນາຄານນະໂຍບາຍສາຂາອຸດົມໄຊ, ຄະນະກຳມະການ ແລະ ບໍລິສັດຮັບເຫມົາຄັ້ງວັນທີ 30 ເມສາຜ່ານມາໃຫ້ຮູ້ວ່າ ໂຄງການກໍ່ສ້າງທະນາຄານນະໂຍບາຍຫນ່ວຍບໍລິການ
ເມືອງຮຸນ ແຂວງອຸດົມໄຊ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ ປີ 2008 ມາຮອດປະຈຸບັນແມ່ນໄດ້ສຳເລັດ 70% ຂອງຫນ້າວຽກທັງຫມົດລວມເປັນມູນຄ່າ 900.000.000 ລ້ານກວ່າກີບໂດຍແມ່ນແຫລ່ງທຶນຂອງລັດຖະບານ. ໂຄງການດັ່ງກ່າວລວມມີຫ້ອງການ 1 ຫລັງ ເປັນອາຄານ 2 ຊັ້ນ ມີລວງກວ້າງ 9 ແມັດ, ຍາວ 12 ແມັດ ເຊິ່ງມີມູນຄ່າ 600 ກວ່າລ້ານກີບ ສຳເລັດການກໍ່ສ້າງໄປແລ້ວ 30% ມີຫໍພັກພະນັກງານ 1 ຫລັງ ມີລວງກວ້າງ 6 ແມັດ, ຍາວ 20 ແມັດ, ປະກອບມີ 5 ຫ້ອງ ເປັນອາຄານຊັ້ນດຽວ ການກໍ່ສ້າງແມ່ນສຳເລັດ 42% ມີມູນຄ່າ 300 ລ້ານກວ່າກີບ.ປະຈຸບັນທາງ ບໍລິສັດ ຜູ້ຮັບເຫມົາພວມຂຸ້ນຂ້ຽວກໍ່ສ້າງໃຫ້ສຳເລັດພາຍໃນ
6 ເດືອນຕາມສັນຍາ. ທ່ານ ບຸນເລີດ ທີບທິວັນ ຫົວຫນ້າທະນາຄານນະໂຍບາຍ
ສາຂາອຸດົມໄຊບອກວ່າ: ນອກຈາກກໍ່ສ້າງຫນ່ວຍບໍລິການເມືອງຮຸນນີ້ແລ້ວ ທາງທະນາຄານພວກເຮົາຍັງຈະໄດ້ສືບຕໍ່ກໍ່ສ້າງຢູ່ເມືອງແບງ
ແລະ ເມືອງອື່ນໆຢູ່ພາຍໃນ 4 ແຂວງຕື່ມອີກ ເພື່ອເຮັດຫນ້າທີ່ບໍລິການແຫລ່ງທຶນສິນເຊື່ອຂອງລັດຖະບານໃຫ້ແກ່ປະຊາຊົນຜູ້ທີ່ຍັງທຸກຍາກນຳໃຊ້ເຂົ້າໃນການຜະລິດສິນຄ້າເພື່ອຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.