ໂຄງການລາວ-EU ມອບສັດລ້ຽງໃຫ້ປະຊາຊົນບ້ານດອນສຳພັນ
ວັນທີ 6 ພຶດສະພານີ້ ໂຄງການຊ່ວຍເຫລືອຊາວກະສິກອນດ້ານການລ້ຽງສັດລາວ EU ໄດ້ມອບສັດລ້ຽງໃຫ້ປະຊາຊົນບ້ານດອນສຳພັນ ເມືອງຫລວງນຳ້ທາ ຈຳນວນ 16 ຄອບຄົວ ທີ່ເປັນສະມາຊິກຂອງໂຄງການດັ່ງກ່າວ.ໃນໂອກາດທີ່ໂຄງການຊ່ວຍເຫລືອຊາວກະສິກອນດ້ານການລ້ຽງສັດລາວ EU ໄດ້ມອບສັດລ້ຽງໃຫ້ປະຊາຊົນບ້ານດອນສຳພັນນັ້ນກໍ່ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການຢູ່ຂັ້ນບ້ານໃນໄລຍະທີ່ຜ່ານມາແມ່ນໄດ້ມີການຝຶກອົບຮົມໃຫ້ປະຊາຊົນກ່ຽວກັບວິທີການຄຸ້ມຄອງນຳໃຊ້ກອງທຶນຫມູນວຽນຂອງບ້ານຢ່າງມີປະສິດທິຜົນ, ຮູ້ໄດ້ກ່ຽວກັບພະຍາດສັດລ້ຽງ, ການປ້ອງກັນພະຍາດສັດ, ການຮັກສາສຸຂະພາບສັດ ແລະ ການປິ່ນປົວພະຍາດ ແລະ ອື່ນໆຕື່ມອີກ.
ຈຳນວນສັດທີ່ມອບໃນຄັ້ງນີ້ເປັນປະເພດຫມູ 100 ກວ່າໂຕໃນນີ້ມີຫມູພັນ 28 ໂຕ ເປັນມູນຄ່າທັງຫມົດ 60 ລ້ານກວ່າກີບ ໂດຍການຊ່ວຍເຫລືອລ້າຂອງໂຄງການລາວ EU ເພື່ອສ້າງຕັ້ງເປັນກອງທຶນຫມູນວຽນຂັ້ນບ້ານ. ການລ້ຽງຫມູເປັນເວລາ 1 ປີພາຍຫລັງມີການຈຳຫນ່າຍແລ້ວຈຳນວນທຶນດັ່ງກ່າວແມ່ນໄດ້ຫມູນວຽນໄປຍັງຄອບຄົວອື່ນໃນທຸກໆປີຈຳນວນ
147
ຄອບຄົວ. ພ້ອມນີ້ໂຄງການຍັງຈະໄດ້ມອບແກ່ນຫຍ້າແນວພັນໃຫ້ຈຳນວນຄອບຄົວທີ່ລ້ຽງສັດປະເພດງົວ, ຄວາຍ ເພື່ອນຳໄປປູກຕື່ມອີກ ນີ້ກໍ່ເພື່ອເປັນການປະກອບສ່ວນໃນການພັດທະນາເສດຖະກິດຄອບຄົວ
ເພື່ອແກ້ໄຂຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ເຂົ້າຮ່ວມໃນການມອບສັດລ້ຽງຢູ່ບ້ານດອນສຳພັນຄັ້ງນີ້ມີທ່ານ
ດຣ. ມະຫານະຄອນ ສຸລິຍາ ຮອງຫົວຫນ້າກົມລ້ຽງສັດ ແລະ ການປະມົງແຫ່ງຊາດ, ດຣ. ຄຳເຫລັກ ໄຊດາລາ ກຳມະການພັກແຂວງ ຫົວຫນ້າພະແນກກະສິກຳ ປ່າໄມ້ແຂວງ, ມີຊ່ຽວຊານປະຈຳໂຄງການຊ່ວຍເຫລືອຊາວກະສິກອນດ້ານການລ້ຽງສັດລາວ EU ພ້ອມດ້ວຍພະນັກງານວິຊາການຜູ້ປະສານງານຂອງໂຄງການ ແລະ ອົງການຈັດຕັ້ງຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.