ເມືອງຫ້ວຍຊາຍຕີລາຄາການກໍ່ສ້າງຮາກຖານການເມືອງ
ບັ້ນດຳເນີນວຽກງານກໍ່ສ້າງຮາກຖານການເມືອງ ການກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາບ້ານປຸ່ງ ກຸ່ມບ້ານນຳ້ມ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ດຳເນີນເປັນເວລາ
12 ວັນ ຈິ່ງໄດ້ອັດລົງຢ່າງເປັນທາງການ. ໃນວັນທີ 4 ພຶດສະພາ 2008 ນີ້ ໂດຍການເປັນປະທານຂອງທ່ານ
ສີສຸພັນ ສີລິວົງ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຫ້ວຍຊາຍໃຫ້ກຽດເຂົ້າຮ່ວມມີທ່ານ
ຄຳຫມັ້ນ ສູນວິເລີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ມີບັນດາພະນັກງານລົງກໍ່ສ້າງຮາກຖານການເມືອງຂອງແຂວງ ເມືອງ 119 ຄົນ ຕະຫລອດຮອດອຳນາດການປົກຄອງບ້ານພໍ່ແມ່ປະຊາຊົນເຂົ້າຮ່ວມ.ບັ້ນດຳເນີນວຽກງານກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາໃນບ້ານປຸ່ງມີ 4 ບ້ານ ແລະ ກຸ່ມບ້ານນຳ້ມ້າມີ 7 ບ້ານ ໄດ້ດຳເນີນການຕາມບາດກ້າວວຽກງານລົງກໍ່ສ້າງຮາກຖານໃຫ້ບັນລຸ 4 ເນື້ອໃນ 4 ຄາດຫມາຍຂອງສູນກາງພັກເຊັ່ນ:
ວຽກງານການເມືອງ, ວຽກງານເສດຖະກິດ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ
ແລະ ວຽກງານວັດທະນະທຳ ສັງຄົມ ເປັນຕົ້ນແມ່ນການປັບປຸງລະບົບການເມືອງ.
ວິໄຈຂໍ້ມູນຂຶ້ນແຜນຂອງແຕ່ລະຄອບຄົວແຕ່ລະບ້ານໃຫ້ລະອຽດຈະແຈ້ງດີ. ເພື່ອແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າມີວຽກເຮັດທີ່ແນ່
ນອນມີລາຍຮັບເຂົ້າຄອບຄົວເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນກ້າວໄປສູ່ການລຶບລ້າງ ຄວາມທຸກຍາກເທື່ອລະກ້າວ. (ໂດຍ ເງິນຫລົງ ຈິດພູວົງ)