ຫລວງນຳ້ທາຕີລາຄາວຽກງານຕ້ານ
ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ
ພາຍຫລັງທີ່ໄດ້ພົບເຊື້ອລະບາດພະຍາດໄຂ້ຫວັດສັດປີກໃນຕົ້ນເດືອນກຸມພາຫາກາງເດືອນມີນາ
2008 ຢູ່ພາຍໃນ 6 ບ້ານ 4 ເມືອງຂອງແຂວງຫລວງນຳ້ທາ.ມາໃນວັນທີ
6 ພຶດສະພາ 2008 ນີ້ ຢູ່ທີ່ສະໂມສອນແຂວງ, ທາງຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກຂັ້ນແຂວງໄດ້ຈັດກອງປະຊຸມປຶກສາຫາລືກັນເພື່ອປະກາດຍົກເລີກເຂດບ້ານທີ່ລະບາດໄຂ້ຫວັດສັດປີກຢູ່
6 ບ້ານ, 4 ເມືອງ ແຂວງຫລວງພະບາງ, ໂດຍການເປັນປະທານຂອງທ່ານ ອາລຸນ ລໍຄຳໂຫລຍ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫລວງນຳ້ທາ
ທັງເປັນປະທານຄະນະກຳມະການພະຍາດຕິດຕໍ່ຂັ້ນແຂວງ, ມີບັນດາທ່ານຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ເຊິ່ງມີພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.ກອງປະຊຸມໄດ້ຜ່ານບົດສະຫລຸບຜົນການປະຕິບັດວຽກງານຕ້ານ
ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ. ມາເຖິງປະຈຸບັນການຕິດຕາມສະພາບການດັ່ງກ່າວຢູ່ເຂດທີ່ລະບາດ
ແລະ ພື້ນທີ່ສີເຫລືອງເຫັນວ່າມີຄວາມສະຫງົບທາງແຂວງຈິ່ງໄດ້ຈັດກອງປະຊຸມຄົ້ນຄວ້າກະກຽມ ເພື່ອປະກາດຍົກເລີກເຂດບ້ານທີ່ລະບາດພະຍາດໄຂ້ຫວັດສັດປີກ.
ໂດຍອະນຸຍາດໃຫ້ປະຊາຊົນມີການລ້ຽງສັດປີກຄືນໃຫມ່. ພ້ອມດຽວກັນນີ້ກອງປະຊຸມໄດ້ສະຫລຸບລາຍຮັບ, ລາຍຈ່າຍທົດແທນໃນໄລຍະຜ່ານມາ ເຊິ່ງໄດ້ຮັບເງິນຊົດເຊີຍຈາກລັດຖະບານລາວທັງຫມົດ
500.000.000
ກີບ ໃນນີ້ຈ່າຍເຂົ້າໃນວຽກງານດັ່ງກ່າວມີມູນຄ່າ 167 ລ້ານ ກວ່າກີບ ສ່ວນຈຳນວນເງິນທີ່ຍັງເຫລືອຈະໄດ້ນຳໃຊ້ເຂົ້າໃນການໂຄສະນາ
ແລະ ຕິດຕາມພະຍາດດັ່ງກ່າວ ແລະ ວາງແຜນການຈັດກອງປະຊຸມສະຫລຸບວຽກງານໄຂ້ຫວັດສັດປີກ ພ້ອມທັງຄັດເລືອກຕົວເດັ່ນ, ມອບໃບຍ້ອງຍໍໃຫ້ພາກສ່ວນ ແລະ ບຸກຄົນທີ່ຫ້າວຫັນເອົາໃຈໃສ່ເຄື່ອນໄຫວຕ້ານ
ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກໃນໄລຍະຜ່ານມາອີກດ້ວຍ. ກອງປະຊຸມຍັງໄດ້ຄົ້ນຄວ້າການທຳລາຍໄຂ່ໄກ່ທີ່ມີຜົນກະທົບ
ຫ້າມບໍ່ໃຫ້ຈຳຫນ່າຍຕາມທ້ອງຕະຫລາດຜ່ານມາຈຳນວນ 90 ກວ່າແກັດ. ຄິດເປັນມູນຄ່າ 11 ລ້ານກວ່າກີບ.