ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ

ວັນທີ
6 ພຶດສະພານີ້ ທ່ານ ທອງບັນ ແສງອາພອນ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດຣ. ລຽນ ທິແກ້ວ ເລຂາພັກແຂວງເຈົ້າແຂວງໆໄຊຍະບູລີ, ມີຄະນະປະຈຳພັກແຂວງ, ນາຍ ແລະ ພົນຕຳຫລວດ, ນາຍ ແລະ ພົນທະຫານໄດ້ອອກຕ້ອນຮັບຢ່າງພ້ອມພຽງ.ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານສະພາບການພັດທະນາຮອບດ້ານຢູ່ພາຍໃນແຂວງໄຊຍະບູລີ ຈາກທ່ານພັນເອກ ບຸນຍັງ ຈັນດາລະສານ ຮອງເລຂາພັກແຂວງ ຫົວຫນ້າກອງບັນຊາການ ປກສ ແຂວງໄຊຍະບູລີ.ໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຍັງໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ຄະນະນຳຂອງແຂວງໄຊຍະບູລີເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ຫນັກແຫນ້ນ ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ເອົາໃຈໃສ່ໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມຄຳສັ່ງແນະນຳເລກທີ 09 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ເຊິ່ງເປັນວຽກຍຸດທະສາດໃນການປຸກລະດົມຂົນຂວາຍປະຊາຊົນຈັດຕັ້ງນຳພາປະຊາຊົນ ແລະ ຖືເອົາປະຊາຊົນເປັນກົກ ກາຍເປັນກຳລັງແຮງຂອງການປະຕິວັດ ພ້ອມກັນປັບປຸງສຳນັກງານອົງການຮາກຖານບ້ານໃຫ້ເຂັ້ມແຂງ, ຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມກັນມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍປະເທດຊາດຂອງພວກເຮົາ, ເອົາໃຈໃສ່ສະກັດກັ້ນປະກົດການຫຍໍ້ທໍ້ຢູ່ພາຍໃນພັກ, ເຮັດໃຫ້ທຸກຄົນມີຈິດໃຈເດັດດ່ຽວບໍ່ແບ່ງຊົນຊາດຊົນເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງຄົນເຂົ້າ  ອອກຕ່າງປະເທດໃຫ້ຖືກຕາມລະບຽບກົດຫມາຍ. (ໂດຍ: ນັກຂ່າວແຂວງໄຊຍະບູລີ).