ປະກາດ 3 ບ້ານຂອງເມືອງໄຊບົວທອງເປັນບ້ານວັດທະນະທຳ
ການປະກາດບ້ານແກ້ງຈອນ
, ບ້ານນາປ່າຄາ ແລະ ບ້ານໂຄກສະຫວ່າງເປັນບ້ານວັດທະນະທຳແຫ່ງທີ 2, ທີ 3 ແລະ ທີ 4 ຂອງເມືອງໄຊບົວທອງ ແລະ ເປັນແຫ່ງທີ 15 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ເມສາ 2008 ຢູ່ທີ່ວັດບ້ານແກ້ງຈອນ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມນຶກ ໂສມຈັນ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ທັງເປັນຫົວຫນ້າຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງຄຳມ່ວນ, ທ່ານ ກອງສີ ພິລະວັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໄຊບົວທອງ, ທ່ານ ອິນປອນ ແສງມະນີ ຫົວຫນ້າພະແນກຖະແຫລງຂ່າວ ແລະ ວັດທະນະທຳ ປະຈຳແຂວງຄຳມ່ວນ, ມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງທີ່ມາຈາກ 9 ຕົວເມືອງ, ບັນດາຫົວຫນ້າ, ຮອງຫົວຫນ້າພະແນກການ, ຫົວຫນ້າ ແລະ ຮອງຫົວຫນ້າຫ້ອງການ ຖ.ວ ເມືອງ 9 ຕົວເມືອງ, ບັນດານາຍບ້ານຈາກ 3 ບ້ານ ແລະ ຈາກບ້ານອ້ອມຂ້າງ, ແຂກທີ່ຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນ 3 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.ທ່ານ ຄຳພຸດ ຮອງເລຂາຄະນະພັກຮາກຖານເຂດຈຸດສຸມພັດທະນາແກ້ງຈອນໄດ້ຂຶ້ນສະຫລຸບລາຍງານກ່ຽວກັບສະພາບການສ້າງຄອບຄົວ ແລະ ບ້ານວັດທະນະທຳຂອງ 3 ບ້ານດັ່ງກ່າວວ່າ: ບ້ານແກ້ງຈອນ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 1858, ທົ່ວບ້ານມີເນື້ອທີ່ທັງຫມົດ 320 ເຮັກຕາ, ປະກອບມີ 104 ຫລັງຄາເຮືອນ ມີ 113 ຄອບຄົວ ມີພົນລະເມືອງທັງຫມົດ 622 ຄົນ, ຍິງ 307 ຄົນ, ມີເນື້ອທີ່ນາ 9.300 ເຮັກຕາ, ສະມັດຖະພາບ 2 ໂຕນຕໍ່ເຮັກຕາ, ເນື້ອທີ່ປູກພືດສຳຮອງ 10 ເຮັກຕາ ໄດ້ມີແຜນສ້າງເປັນບ້ານວັດທະນະທຳແຕ່ປີ 2005 ແລະ ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳໄປແລ້ວ 72 ຄອບຄົວ.ບ້ານນາປ່າຄາໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 1954, ບ້ານມີເນື້ອທີ່ທັງຫມົດ 320 ເຮັກຕາ ປະກອບມີ 62 ຫລັງຄາເຮືອນມີ 66 ຄອບຄົວ ມີພົນລະເມືອງທັງຫມົດ 390 ຄົນ ເປັນຍິງ 176 ຄົນ ມີເນື້ອທີ່ນາ 58,5 ຮ/ຕ ສະມັດຖະພາບສະເລ່ຍ 2,5 ໂຕນຕໍ່ເຮັກຕາ, ເນື້ອທີ່ປູກພືດສຳຮອງ 17,60 ເຮັກຕາ, ບ້ານໄດ້ຖືກສ້າງເປັນຄອບຄົວວັດທະນະທຳແຕ່ປີ 2005 ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳໄປແລ້ວ 42 ຄອບຄົວ.ສ່ວນບ້ານໂຄກສະຫວ່າງສ້າງຕັ້ງຂຶ້ນໃນຫວ່າງຕົ້ນປີ 1975 ບ້ານມີເນື້ອທີ່ 250 ເຮັກຕາ ປະກອບມີ 41 ຫລັງຄາເຮືອນ ມີ 44 ຄອບຄົວ, ບ້ານນີ້ໄດ້ຖືກສ້າງເປັນບ້ານວັດທະນະທຳແຕ່ປີ 2005 ແລະ ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳໄປແລ້ວ 41 ຄອບຄົວ. ການປະກາດ 3 ບ້ານດັ່ງກ່າວເປັນບ້ານວັດທະນະທຳຄັ້ງນີ້ແມ່ນເປັນການຢັ້ງຢືນເຖິງທ່າແຮງບົ່ມຊ້ອນທີ່ມີຢູ່ພາຍໃນເມືອງໄຊບົວທອງ ແລະ ເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາທາງດ້ານເສດຖະກິດ  ສັງຄົມຂອງເມືອງ ເວົ້າລວມເວົ້າສະເພາະກໍ່ຄືການພັດທະນາກຸ່ມບ້ານໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.