ທ່ານຮອງປະທານສະພາລົງພົບປະການນຳກະຊວງສຶກສາທິການ
ວັນທີ
5 ພຶດສະພາ 2008 ນີ້ ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະການນຳກະຊວງສຶກສາທິການ ເພື່ອຕິດຕາມເບິ່ງແຜນພັດທະນາການສຶກສາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍການສຶກສາສະບັບປັບປຸງໃຫມ່.ໃນໂອກາດດັ່ງກ່າວທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ໄດ້ລາຍງານສະພາບການປະຕິບັດແຜນພັດທະນາການສຶກສາໃນໄລຍະຜ່ານມາ ແລະ ໃນປະຈຸບັນຕໍ່ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະວ່າ: ສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃນໄລຍະຜ່ານມານັ້ນແມ່ນສຸມໃສ່ 4 ໂຄງການໃຫຍ່ຂອງກະຊວງສຶກສາທິການຄື: ໂຄງການປະຕິຮູບລະບົບການສຶກສາສາຍສາມັນສຶກສາ, ປະຈຸບັນສຳເລັດໂຄງສ້າງລວມຫລັກສູດຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດດ້ານການສຶກສາໂດຍໄດ້ສຸມໃສ່ພັດທະນາເນື້ອໃນຫລັກສູດ ແລະ ປຶ້ມແບບຮຽນທັງສາຍສາມັນ ແລະ ວິຊາຊີບທັງໃນ ແລະ ນອກໂຮງຮຽນ ປັບປຸງຫລັກສູດລະດັບປະລິນຍາຕີບາງສາຂາວິຊາສ້າງຫລັກສູດ ແລະ ເປີດສອນຫລາຍສາຂາວິຊາລະດັບປະລິນຍາໂທ ແລະ ປະລິນຍາເອກບາງສາຂາໃນມະຫາວິທະຍາໄລແຫ່ງຊາດ. ໂຄງການພັດທະນາການສ້າງຄູ ແລະ ຍົກຖານະຄູ ແລະ ການຍົກລະດັບຄວາມສາມາດຂອງຜູ້ບໍລິຫານການສຶກສາຕາມແຜນຍຸດທະສາດການສ້າງຄູແຕ່ປີ 2006 - 2015 ແລະ ໂຄງການຂະຫຍາຍໂຮງຮຽນວິຊາຊີບ ແລະ ການຝຶກອົບຮົມວິຊາຊີບໄປທຸກໆແຂວງຕາມແຜນຍຸດທະສາດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບແຕ່ປີ 2006 - 2020 ເວົ້າລວມແລ້ວການພັດທະນາການສຶກສາໃນທຸກໆລະບົບຂອງປະເທດລາວເຮົາພວມຢູ່ໃນທ່າການຂະຫຍາຍຕົວຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດທັງທາງປະລິມານ ແລະ ຄຸນນະພາບ ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ຍັງໄດ້ລາຍງານຕື່ມວ່າໄປຄຽງຄູ່ກັບຈຸດດີດັ່ງກ່າວມານັ້ນຂະແຫນງການສຶກສາ ກໍ່ຍັງມີບາງດ້ານອ່ອນ ແລະ ຂໍ້ຄົງຄ້າງອັນເນື່ອງມາຈາກການສຶກສາອົບຮົມແນວຄິດພາຍໃນຫມູ່ພະນັກງານ, ຄູອາຈານ ແລະ ນັກຮຽນຍັງບໍ່ທັນໄດ້ດີ, ການປະຕິບັດນະໂຍບາຍ. ການຍ້ອງຍໍຄູອາຈານຜູ້ທີ່ດຸຫມັ່ນຂະຫຍັນພຽນ ແລະ ມີຜົນງານດີເດັ່ນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ສະນັ້ນຈຶ່ງເຮັດໃຫ້ຄູອາຈານຈຳນວນຫນຶ່ງຂາດກຳລັງໃຈ ແລະ ນັກຮຽນ, ນັກສຶກສາຈຳນວນບໍ່ຫນ້ອຍຂາດຄວາມເອົາໃຈໃສ່ຕໍ່ການຮຽນ, ປະພຶດຕົນບໍ່ຖືກຕ້ອງ, ບໍ່ເຄົາລົບນັບຖືລະບຽບກົດຫມາຍເຊັ່ນ: ການຫລິ້ນກິນຟມເຟືອຍ, ຕິດສິ່ງເສບຕິດອື່ນໆ ເຊິ່ງເປັນພາລະອັນຫນັກທີ່ຂະແຫນງການສຶກສາຈະໄດ້ຮ່ວມມືກັບທຸກພາກສ່ວນໃນສັງຄົມສືບຕໍ່ແກ້ໄຂໃຫ້ໄດ້ໃນຕໍ່ຫນ້າ.