ອັດກອງປະຊຸມສາມັນເປີດກວ້າງຄົບຄະນະພັກ
ກະຊວງ ຖ/ວ ຄັ້ງທີ
8 ສະໄຫມທີ II
ກອງປະຊຸມສາມັນເປີດກວ້າງຄົບຄະນະພັກກະຊວງຖະແຫລງຂ່າວ  ວັດທະນະທຳ ຄັ້ງທີ
8 ສະໄຫມທີ II ພາຍຫລັງທີ່ໄດ້ດຳເນີນມາເປັນເວລາຫນຶ່ງວັນ, ມາໃນວັນທີ 8 ພຶດສະພາ 2008 ນີ້, ຈຶ່ງໄດ້ອັດລົງຢ່າງເປັນທາງການທີ່ຫໍວັດທະນະທຳແຫ່ງຊາດ, ໂດຍມີທ່ານ ຫມູນແກ້ວ ອໍລະບູນ ກຳມະການສູນກາງພັກ, ເລຂາພັກກະຊວງລັດຖະມົນຕີວ່າການກະຊວງຖະແຫລງຂ່າວ  ວັດທະນະທຳ, ທ່ານລັດຖະມົນຕີຊ່ວຍວ່າການ, ມີບັນດາທ່ານໃນຄະນະພັກກະຊວງ, ເລຂາພັກຮາກຖານ, ເລຂາຄະນະຫນ່ວຍພັກ, ຫົວຫນ້າກົມ, ຮອງກົມອ້ອມຂ້າງກະຊວງ ແລະ ທ່ານຜູ້ຕາງຫນ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.ໃນພິທີທ່ານ ຫມູນແກ້ວ ອໍລະບູນ ໄດ້ໃຫ້ກຽດກ່າວອັດກອງປະຊຸມມີບາງຕອນທ່ານໄດ້ກ່າວວ່າ: ກອງປະຊຸມໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຊີ້ນຳ ນຳພາຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກເວົ້າລວມ, ເວົ້າສະເພາະຕໍ່ການສະຫລຸບວຽກງານນຳພາຮອບດ້ານໃນຕະຫລອດ 1 ປີຜ່ານມາ ກໍ່ຄືກຳນົດທິດທາງຊີ້ນຳໆພາໃນຕໍ່ຫນ້າ 08-09 ສະຫລຸບການປະຕິບັດງົບປະມານລາຍຮັບ  ລາຍຈ່າຍ 07-08, ແຜນປະຕິບັດງົບປະມານ 08 - 09 ແລະ ຜ່ານບົດສຳຫລວດການນຳພາລວມຂອງຄະນະພັກກະຊວງໃນ 1 ປີຜ່ານມາ. ໂດຍພື້ນຖານແລ້ວໄດ້ຮັບຮອງເອົາການສະຫລຸບຕີລາຄາສະພາບການວຽກງານນຳພາຮອບດ້ານຂອງຄະນະພັກໃນ 1 ປີຜ່ານມາ ແລະ ຮັບຮອງແຜນການ 1 ປີຕໍ່ຫນ້າ, ຮັບຮອງເອົາແຜນການລາຍຮັບ  ລາຍຈ່າຍງົບປະມານ ແລະ ທິດທາງແຜນການຈັດຕັ້ງປະຕິບັດລາຍຮັບງົບປະມານ, ປະກອບຄຳເຫັນຢ່າງມີປະຊາທິປະໄຕກົງໄປກົງມາຕໍ່ການນຳພາລວມຂອງຄະນະພັກກະຊວງໃນຕະຫລອດ 1 ປີຜ່ານມາ. ຈາກນັ້ນກອງປະຊຸມຍັງຈະໄດ້ຄົ້ນຄວ້າຮັບຮອງເອົາແຜນວຽກເພື່ອກຳນົດການບຳລຸງ, ກໍ່ສ້າງພະນັກງານນຳພາ ແລະ ຄຸ້ມຄອງ ເພື່ອດຳເນີນການສຳຫລວດພາຍໃນຄະນະພັກກະຊວງຕື່ມອີກ.ໃນໂອກາດນີ້ທ່ານໄດ້ເນັ້ນຕື່ມອີກວ່າ: ກອງປະຊຸມເທື່ອນີ້ໄດ້ຕົກລົງບັນຫາສຳຄັນຫລາຍຢ່າງກ່ຽວກັບການນຳພາຂອງຄະນະພັກກະຊວງໃນການປະຕິບັດວຽກງານຖະແຫລງຂ່າວ  ວັດທະນະທຳຢ່າງຕໍ່ເນື່ອງ ພ້ອມທັງໄດ້ຮັບຟັງການຄົ້ນຄວ້າປະກອບຄຳເຫັນ ແລະ ຮັບຮອງເອົາຫລາຍເອກະສານທີ່ສຳຄັນຕ່າງໆທີ່ກ່າວມາຂ້າງເທິງນັ້ນ, ສະນັ້ນເຖິງວ່າວຽກງານຖະແຫລງຂ່າວ  ວັດທະນະທຳຂອງພວກເຮົາໄດ້ເຄື່ອນໄຫວໃນກາລະໂອກາດ ແລະ ເງື່ອນໄຂອຳນວຍຫລາຍປະການກໍ່ຕາມແຕ່ພ້ອມກັນນັ້ນກໍ່ຍັງປະເຊີນກັບຄວາມຫຍຸ້ງຍາກເຊັ່ນດຽວກັນ, ດັ່ງນັ້ນອົງຄະນະພັກກໍ່ຄືຄະນະພັກພວກເຮົາຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມຮູ້ຄວາມສາມາດ ເປັນເຈົ້າການ, ເປັນແບບຢ່າງສຸມທຸກກຳລັງ ແລະ ຈິດໃຈປະຕິບັດບັນດາຄາດຫມາຍສູ້ຊົນ ແລະ ທິດທາງວຽກງານຕ່າງໆທີ່ກອງປະຊຸມຄົບຄະນະພັກຄັ້ງນີ້ວາງອອກໃຫ້ບັນລຸຜົນເປັນຢ່າງດີເອົາໃຈໃສ່ປະຕິບັດທິດທາງແຜນການ 1 ປີໃນຕໍ່ຫນ້າໃຫ້ບັນລຸຕາມແຜນການທີ່ວາງໄວ້ຢ່າງຈົບງາມ.