ລັດຖະບານລາວໄດ້ຮັບເງິນປັນຜົນ
ຈຳນວນ
20,6 ລ້ານໂດລາສະຫະລັດ
ບໍລິສັດ ອັອກເຊຍນາ  ລ້ານຊ້າງມິເນໂຣນ ຈຳກັດ (ລຊມລ) ໄດ້ຈ່າຍເງິນປັນຜົນຈາກການເຂົ້າຖືຫຸ້ນນັບຕັ້ງແຕ່ວັນທີ
30 ເດືອນມິຖຸນາ ປີ 2007 ທີ່ຜ່ານມາ ໃນຈຳນວນທັງຫມົດ 20,6 ລ້ານໂດລາ ສະຫະລັດ ໃຫ້ກົມຄຸ້ມຄອງການເງິນລັດວິສາຫະກິດຂອງກະຊວງການເງິນ, ໃນວັນທີ 24 ເດືອນເມສາ ປີ 2008 ທີ່ຜ່ານມາ ໄດ້ມີພິທີຈ່າຍເງິນປັນຜົນໂດຍແມ່ນທ່ານ ປີເຕີ ອາລເບີດ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ອັອກເຊຍນາ  ລຊມລ ເປັນຜູ້ກ່າວມອບ ແລະ ທ່ານ ສິດທິສອນ ເທບພາສີ ຫົວຫນ້າກົມຄຸ້ມຄອງການເງິນລັດວິສາຫະກິດກະຊວງການເງິນເປັນຜູ້ກ່າວຮັບ.ໃນວັນທີ 30 ເດືອນມິຖຸນາປີ 2007 ລັດຖະບານລາວໄດ້ປະຕິບັດສິດໃນການເຂົ້າຖືຫຸ້ນໃນຈຳນວນ 10% ນຳ ບໍລິສັດ ອັອກເຊຍນາ  ລຊມລ ຊຶ່ງວ່າສິດໃນການເຂົ້າຖືຫຸ້ນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງສັນຍາວ່າດ້ວຍການສຳຫລວດ ແລະ ຜົນຜະລິດແຮ່ທາດ (MEPA) ທີ່ລັດຖະບານລາວ ແລະ ບໍລິສັດ ໄດ້ເຊັນສັນຍາກັນໄວ້. ໃນການເຂົ້າຖືຫຸ້ນໃນໄລຍະທຳອິດແມ່ນລັດຖະບານລາວໄດ້ຮັບທຶນກູ້ຢືມໂດຍປາສະຈາກດອກເບ້ຍຈາກ ບໍລິສັດ.ໃນປີ 2007 ຈຳນວນເງິນປັນປົນທັງຫມົດທີ່ໄດ້ຈ່າຍແມ່ນ 16,4 ລ້ານໂດລາສະຫະລັດ ແລະ ອີກ 4,2 ລ້ານໂດລາສະຫະລັດ ແມ່ນເງິນປັນຜົນງວດທຳອິດສຳລັບປີ 2008. ຈຳນວນເງິນປັນຜົນເຫລົ່ານີ້ແມ່ນໄດ້ຈ່າຍເພີ່ມໃສ່ເງິນເສຍພັນທະໃຫ້ລັດຖະບານຈຳນວນ 115,7 ລ້ານໂດລາສະຫະລັດ ສຳລັບປີ 2007. ໃນຈຳນວນເງິນປັນຜົນທັງຫມົດ 20,6 ລ້ານໂດລາສະຫະລັດ, ໄດ້ມີການຊຳລະເງິນກູ້ຢືມຈາກ ບໍລິສັດ ຊຶ່ງພາໃຫ້ມີຈຳນວນທີ່ຍັງເຫລືອ 3,7 ລ້ານໂດລາສະຫະລັດເປັນລາຍຮັບຂອງລັດຖະບານໃນມື້ພິທີຈ່າຍເງິນປັນຜົນ.ທ່ານ ສິດທິສອນ ເທບພາສີ, ຫົວຫນ້າກົມ ກົມຄຸ້ມຄອງການເງິນລັດວິສາຫະກິດໄດ້ກ່າວວ່າ: ປະຈຸບັນນີ້ພວກເຮົາກໍ່ໄດ້ກາຍເປັນຜູ້ຮ່ວມຫຸ້ນນຳໂຄງການຂຸດຄົ້ນບໍ່ແຮ່ຄຳ  ທອງເຊໂປນ ແລະ ພວກເຮົາກໍ່ໄດ້ມີສາຍພົວພັນທີ່ດີນຳກັນມາໄດ້ຫລາຍປີແລ້ວ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ ບໍລິສັດ ລຊມລ ແມ່ນເປັນ ບໍລິສັດແບບຢ່າງທີ່ດີຂອງລັດຖະບານລາວທີ່ຊ່ວຍປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນທີ່ຢູ່ໃກ້ເຂດໂຄງການ.ໃນຖານະທີ່ເປັນຜູ້ຮ່ວມຫຸ້ນ 10% ລັດຖະບານລາວຍັງໄດ້ມີສິດສົ່ງຕົວແທນເຂົ້າຮ່ວມໃນສະພາບໍລິຫານຂອງ ບໍລິສັດ ອັອກເຊຍນາ  ລຊມລ ແລະ ໃນຫວ່າງມໍ່ໆມານີ້ລັດຖະບານກໍ່ໄດ້ແຕ່ງຕັ້ງທ່ານນາງ ວານິດາ ສະຫວັດດີຮອງຫົວຫນ້າກົມຄຸ້ມຄອງການເງິນລັດວິສາຫະກິດກະຊວງການເງິນເປັນສະມາຊິກຂອງສະພາບໍລິຫານອີກ.ທ່ານ ປີເຕີ ອາລເບີດ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ອັອກເຊຍນາ  ລຊມລ ໄດ້ກ່າວໃນພິທີມອບ  ຮັບ ເງິນປັນຜົນດັ່ງກ່າວວ່າ: ໃນການເປັນຜູ້ຮ່ວມຫຸ້ນຂອງ ບໍລິສັດນີ້ ແມ່ນຈຸດສຳຄັນຂອງສາຍພົວພັນອັນດີທີ່ສາມາດສ້າງຄວາມເຂັ້ມແຂງໃຫ້ໂຄງການຂຸດຄົ້ນບໍ່ແຮ່ຄຳ  ທອງເຊໂປນ ໄດ້ຕື່ມອີກ.ທ່ານ ປີເຕີ ອາລເບີດ ຍັງໄດ້ກ່າວເສີມອີກວ່າ ທາງ ບໍລິສັດ ຂອງພວກເຮົາກໍ່ມີຄວາມປະສົງທີ່ຈະເຮັດໃຫ້ເງິນປັນຜົນເພີ່ມຂຶ້ນຫລາຍກວ່າເກົ່າໃນຕໍ່ຫນ້າ ແລະ ທັງນີ້ມັນກໍ່ຂຶ້ນຢູ່ນຳສອງປັດໄຈຫລັກ ນັ້ນກໍ່ຄືການເຄື່ອນໄຫວວຽກງານການຜະລິດທອງແດງທີ່ດີ ແລະ ລາຄາທອງແດງຢູ່ໃນລະດັບສູງທີ່ໄດ້ເພີ່ມຂຶ້ນຕື່ມອີກໃນໄລຍະທີ່ຜ່ານມາ.