ກອງປະຊຸມກ່ຽວກັບວຽກງານຄຸ້ມຄອງ
ບໍລິຫານທີ່ດິນ ແລະ ອອກໃບຕາດິນ

ອົງການຄຸ້ມຄອງທີ່ດິນແຫ່ງຊາດໄດ້ເປີດກອງປະຊຸມກ່ຽວກັບວຽກງານຄຸ້ມຄອງບໍລິຫານທີ່ດິນ ແລະ ອອກໃບຕາດິນຂຶ້ນໃນຕອນເຊົ້າວັນທີ
7 ພຶດສະພາປີ 2008.ກອງປະຊຸມດັ່ງກ່າວພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ຄຳອ້ວນ ບຸບຜາ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າອົງການຄຸ້ມຄອງທີ່ດິນແຫ່ງຊາດ ແລະ ຜູ້ເຂົ້າຮ່ວມທີ່ມາຈາກເມືອງ, ແຂວງຕ່າງໆໃນທົ່ວປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອຈະໄດ້ສຳຫລວດກວດກາຄືນໂດຍສະເພາະວຽກງານທີ່ໄດ້ປະຕິບັດຜ່ານມາໃນ 6 ເດືອນຕົ້ນປີ 2007-2008 ແລະ ວາງແຜນການສືບຕໍ່ປະຕິບັດໃນ 6 ເດືອນທ້າຍປີ 2007-2008. ພ້ອມກັນນີ້ກໍ່ຈະໄດ້ກຳນົດແຜນການ ແລະ ງົບປະມານໃນສົກປີ 2008-2009 ເພື່ອສືບຕໍ່ປະຕິບັດຫນ້າທີ່ການເມືອງຂອງອົງການຄຸ້ມຄອງທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍທີ່ດິນສະບັບປັບປຸງປີ 2003 ແລະ ເນື້ອໃນຈິດໃຈຂອງກອງປະຊຸມທີ່ດິນທົ່ວປະເທດ ເມື່ອເດືອນພຶດສະພາປີ 2007 ໃຫ້ປະສົບຜົນສຳເລັດ.ນອກຈາກການກວດກາຄືນແລ້ວຍັງໄດ້ມີການແນະນຳທາງດ້ານວິຊາການຈຳນວນຫນຶ່ງເຊັ່ນ:ລະບຽບຫລັກການກ່ຽວກັບການຈົດທະບຽນນິຕິກຳ, ການຈະຫັນເອົາໃບແຜນທີ່ດິນ ແລະ ໃບຢັ້ງຢືນສິດນຳໃຊ້ທີ່ດິນມາເປັນໃບຕາດິນ, ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງອົງການຄຸ້ມຄອງທີ່ດິນ ເພື່ອໃຫ້ສາມາດປະຕິບັດຫນ້າທີ່ວຽກງານຕາມທີ່ດິນໄດ້ກຳນົດໄວ້ຢູ່ໃນກົດຫມາຍ ແລະ ມະຕິຂອງກອງປະຊຸມທີ່ດິນທົ່ວປະເທດໃຫ້      ສຳເລັດຜົນ.ໃນກອງປະຊຸມຄັ້ງນີ້ຍັງຈະໄດ້ພ້ອມກັນສຶກສາຄົ້ນຄວ້າກ່ຽວກັບໂຄງການອອກໃບຕາດິນທີ່ໄດ້ປະຕິບັດຕາມມະຕິຕົກລົງຂອງລັດຖະບານໃຫ້ສຸມໃສ່ວຽກງານເກັບກຳຂໍ້ມູນ, ການຈັດສັນທີ່ດິນ ແລະ ອອກໃບຕາດິນໃຫ້ທົ່ວເຖິງທຸກບ້ານ ນັບທັງຕົວເມືອງເຖິງຊົນນະບົດໂດຍໄວ. ຄຽງຄູ່ກັນນີ້ກໍ່ເພື່ອເຮັດໃຫ້ທົ່ວສັງຄົມເຂົ້າໃຈຕໍ່ນະໂຍບາຍທີ່ດິນ ແລະ ບັນດາລະບຽບກົດຫມາຍທີ່ມີການພົວພັນກັບທີ່ດິນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ຈຶ່ງຈະໄດ້ອັດລົງ.