ຄຳປາໄສ ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມໂຕະມົນບັນດາຜູ້ນຳເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ " ໜຶ່ງແລວທາງ ໜຶ່ງເສັ້ນທາງ " ໃນວັນທີ 15 ພຶດສະພາ 2017 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ


    ກ່ອນອື່ນໝົດ ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາ ຍັງ ສປ ຈີນ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການກະກຽມທີ່ ດີເລີດ ໃຫ້ແກ່ກອງປະຊຸມໃນຄັ້ງນີ້ ຊຶ່ງເປັນການເປີດໂອກາດ ໃຫ້ບັນດາຜູ້ນຳພວກເຮົາ ໄດ້ແລກປ່ຽນຄຳເຫັນກ່ຽວກັບການ ຮ່ວມມື ໃນກອບ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໂດຍສະເພາະ ໃນຫົວຂໍ້ ການຮັດແໜ້ນການພົວພັນລະຫວ່າງຄົນ ກັບ ຄົນ ຊຶ່ງເປັນອົງປະກອບໜຶ່ງທີ່ສຳຄັນ ຂອງການເຊື່ອມຈອດ ແລະ ເຊື່ອມໂຍງພາກພື້ນ ແລະ ສາກົນ. ຂ້າພະເຈົ້າເຫັນວ່າ ການເຊື່ອມຈອດດ້ານພື້ນຖານໂຄງ ລ່າງ ຫຼື ກົນໄກການບໍລິຫານ ຈະບໍ່ມີຄວາມໝາຍຫຍັງໝົດ ຖ້າປັດສະຈາກຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ກໍຄືການພົວ ພັນທີ່ດີ ລະຫວ່າງປະຊາຊົນໃນສັງຄົມຂອງແຕ່ລະປະເທດ ແລະ ລະຫວ່າງປະເທດໃນພາກພື້ນ ແລະ ສາກົນ. ສະນັ້ນ ການເພີ່ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງປະ ຊາຊົນພວກເຮົາ ຈຶ່ງມີຄວາມສຳຄັນຍິ່ງ. ບົນຈິດໃຈດັ່ງກ່າວນີ້ ເພື່ອຮັບປະກັນ ແລະ ສົ່ງເສີມການຮັດແໜ້ນຄວາມເຂົ້າໃຈ ລະຫວ່າງຄົນເຫັນວ່າ ຄວນສົ່ງເສີມການຮ່ວມມືໃນຂົງເຂດ ຕ່າງໆຄື: - ສົ່ງເສີມ ແລະ ຮັດແໜ້ນການແລກປ່ຽນ ດ້ານວັດທະນະທຳ-ສັງຄົມເຊັ່ນ: ການແລກ ປ່ຽນນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າດ້ານຕ່າງໆ, ສ້າງຄວາມ ເຂົ້າໃຈດ້ານວັດທະນະທຳ, ຮີດຄອງປະເພນີ ທີ່ມີຄວາມຫຼາກ ຫຼາຍອັນເປັນປັດໄຈສຳຄັນ ຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການຢູ່ຮ່ວມກັນ ໂດຍສັນຕິ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດນີ້ ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂົງເຂດການສຶກສາ ກໍຄືການພັດທະນາຊັບພະ ຍາກອນມະນຸດ. - ສົ່ງເສີມການທ່ອງທ່ຽວວັດທະນະທຳ ແລະ ທາງທຳມະ ຊາດ ເພາະການທ່ອງທ່ຽວໃນຮູບແບບນີ້ ບໍ່ພຽງແຕ່ຈະນຳຜົນ ປະໂຫຍດທາງດ້ານເສດຖະກິດ ມາສູ່ປະຊາຊົນຢູ່ໃນແຕ່ລະ ປະເທດ ແລະ ໃນແຕ່ລະທ້ອງຖິ່ນ ແຕ່ມັນຍັງເຮັດໃຫ້ພວກ ເຮົາມີຄວາມເຂົ້າໃຈຊຶ່ງກັນ ແລະ ກັນຫຼາຍຂຶ້ນ ແລະ ຮັບຮູ້ຄຸນ ຄ່າທາງດ້ານວັດທະນະທຳຂອງກັນ ແລະ ກັນ ກໍຄືຄວາມສຳ ຄັນຂອງທຳມະຊາດ, ອັນນີ້ຈະເປັນສິ່ງກະຕຸກຊຸກຍູ້ໃນການ ຮັກສາວັດທະນະທຳອັນດີງາມ ຂອງພວກເຮົາ ແລະ ສົ່ງເສີມ ການພັດທະນາແບບຍືນຍົງ ແລະ ສັງຄົມທີ່ມີຄວາມສີວິໄລ. ສປປ ລາວ ຂໍຢືນຢັນຄືນອີກເທື່ອໜຶ່ງ ຄວາມໝາຍໝັ້ນຂອງ ຕົນ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນ ທາງ ຊຶ່ງພວກເຮົາຖືວ່າ ເປັນຍຸດທະສາດສົ່ງເສີມການພັດທະ ນາແບບຍືນຍົງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ອັນເປັນປັດໄຈຕັດສິນໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ.