ໂດຍ: ຍຸພິນທອງ
ເນື່ອງໃນໂອກາດທີມງານສື່ມວນຊົນ ໄດ້ເຄື່ອນໄຫວເຮັດວຽກເກັບກໍາຂໍ້ມູນການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ກວດທ້ອງ, ວາງແຜນຄອບຄົວແລະ ການໃຫ້ຄຳປຶກສາວຽກງານສຸຂະພາບຈະເລີນພັນ ຢູ່ແຂວງຊຽງຂວາງ ໃນລະຫວ່າງວັນ 5-9 ພະຈິກ ຜ່ານມາຊຶ່ງນຳພາໂດຍສູນສະຖິຕິ ແລະ ຂ່າວສານສາທາລະນະສຸກກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ທ່ານ ນາງ ພົມມີ ສີດາວົງ ແພດພະດຸງຄັນ ຫົວໜ້າໂຮງໝໍນ້ອຍລາດແສນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອວັນທີ 8 ພະຈິກຜ່ານມາ ທີ່ໂຮງໝໍນ້ອຍລາດແສນ ເມືອງຜາໄຊ ແຂວງຊຽງຂວາງວ່າ: ໂຮງໝໍນ້ອຍລາດແສນມີພະນັກງານ 5 ຄົນ ໃນນັ້ນໄດ້ແບ່ງໜ້າທີ່ຮັບຜິດຊອບໃຫ້ແຕ່ລະຄົນ ໃນ 7 ບ້ານ ຊຶ່ງປະກອບມີວຽກແມ່ ແລະ ເດັກ, ສັກຢາ, ປະສູດ ແລະ ວຽກງານການວາງແຜນຄອບຄົວ,ເກັບສະຖິຕິເປົ້າໝາຍເດັກນ້ອຍລຸ່ມ 5 ປີ, ສັກຢາກັນພະຍາດ ແລະ ອື່ນໆ. ສໍາລັບວຽກງານໄວຈະເລີນພັນແມ່ນໄດ້ເອົາໃຈໃສ່ໃນເວລາເກີດລູກ ໄດ້ແບ່ງໃຫ້ແພດໝໍໄປຕິດຕາມຢ້ຽມແມ່ຫຼັງເກີດໄວຈະເລີນພັນ ແນະນໍາໃຫ້ແມ່ຖືພາແຕ່ລະບ້ານໄປຝາກທ້ອງ ແລະ ເກີດລູກ ຢູ່ໂຮງໝໍນ້ອຍຂອງພວກເຮົາ.
ໃນໂອກາດດຽວກັນນີ້, ທ່ານ ສີທອນໄຊ ໄຊສົມຫວັງ ຮອງຫົວໜ້າໂຮງໝໍນ້ອຍລາດແສນ ກໍໄດ້ໃຫ້ຮູ້ກ່ຽວກັບການໃຫ້ບໍລິການຄົງທີ່ ແລະ ເຄື່ອນທີ່ ວ່າ: ສໍາລັບໃນວຽກງານຄົງທີ່ ແລະ ເຄື່ອນທີ່ ແມ່ນໄດ້ຊີ້ນໍາວິຊາການເປັນຕົ້ນແມ່ນວິຊາການປິ່ນປົວຄົງທີ່ ແລະ ປິ່ນປົວເຄື່ອນທີ່ ໃນນັ້ນການບໍລິການໄດ້ແບ່ງຄວາມຮັບຜິດຊອບໃຫ້ແກ່ແພດພະດຸງຄັນ ໃນການເບິ່ງແຍງຮັກສາແມ່ຖືພາ, ແມ່ຍິງໄວຈະເລີນພັນ ໃນໂຮງໝໍນ້ອຍລາດແສນແພດພະດຸງຄັນມີ 2 ທ່ານ ຊຶ່ງຮັບຜິດຊອບວຽກງານການຝາກທ້ອງ ແລະ ວຽກງານການປະສູດ ພ້ອມທັງຕິດຕາມແມ່ຫຼັງເກີດ, ກວດກ່ອນເກີດ ແລະ ໃຫ້ຄໍາປຶກສາຕ່າງໆ.
ການບໍລິການໃນຂັ້ນບ້ານ ແພດພະດຸງຄັນນອກຈາກບໍລິການຢູ່ໂຮງໝໍນ້ອຍລາດແສນແລ້ວ ຍັງໄດ້ລົງຕິດຕາມແຕ່ລະບ້ານ ໃນເວລາແມ່ຖືພາເກີດລູກ, ຕິດຕາມແມ່ຫຼັງເກີດ ຫຼືວ່າ ເມື່ອຈັບທ້ອງເກີດລູກ ແລ້ວບໍ່ທັນໄປເກີດລູກຢູ່ໂຮງໝໍ ແພດກໍຕ້ອງໄດ້ໄປຊ່ວຍຢູ່ເຮືອນ ພາຍຫຼັງຊ່ວຍໃນການເກີດລູກແລ້ວກໍໄດ້ແນະນໍາໃຫ້ແມ່ຫຼັງເກີດຮັບຮູ້ກ່ຽວກັບການປະຕິບັດໃນແຕ່ລະຂັ້ນຕອນ ຖ້າເດັກນ້ອຍໄດ້ 1 ເດືອນ ກັບ 15 ມື້ ໃຫ້ແມ່ເອົາແອນ້ອຍໄປສັກຢາກັນພະຍາດຢູ່ໂຮງໝໍ ພ້ອມທັງໃຫ້ຄໍາແນະນໍາແມ່ກໍາລັງຖືພາໃຫ້ຮັບຮູ້ຜົນດີຂອງການຝາກທ້ອງ ເປັນຕົ້ນໄດ້ຕິດຕາມອາການຂອງເດັກໃນທ້ອງ, ຕິດຕາມສຸຂະພາບຂອງແມ່ທຸກໆເດືອນ ຖ້າບໍ່ໄດ້ຮັບການຝາກທ້ອງແມ່ນຈະສ່ຽງຕໍ່ສຸຂະພາບແມ່ ແລະ ເດັກ ນອກນັ້ນພວກເຮົາໄດ້ຂົນຂວາຍປະຊາຊົນ ແມ່ຖືພາໄວຈະເລີນພັນໃຫ້ໄປຮັບການຝາກທ້ອງ ຢ່າງເປັນປະຈໍາ ປັດຈຸບັນສະເລ່ຍ ແມ່ຖືພາມາຝາກທ້ອງ ເດືອນໜຶ່ງປະມານ 20 ຄົນ.
ໂອກາດນີ້, ກໍຮຽກຮ້ອງມາຍັງປະຊາຊົນ ຫຼືແມ່ຖືພາໃຫ້ພາກັນໄປຝາກທ້ອງ ໃຫ້ມີຈໍານວນເພີ່ມຂຶ້ນ ເພື່ອຫຼຸດຜ່ອນການເສຍຊີວິດຂອງແມ່ ແລະ ເດັກ ໃນທຸກໆເດືອນທີ່ທາງແພດລົງໄປເຊື່ອມສານ ໄດ້ແນະນໍາໃຫ້ທາງອໍານາດການປົກຄອງບ້ານຊ່ວຍຊຸກຍູ້ໃຫ້ແກ່ກຸ່ມເປົ້າໝາຍນັ້ນ ເປັນຕົ້ນກໍແມ່ນແມ່ຍິງໄວຈະເລີນພັນ, ແມ່ຖືພາ ໃຫ້ໄປຮັບການບໍລິການຢູ່ໃນໂຮງໝໍນ້ອຍລາດແສນ.