ແຂວງຄໍາມ່ວນ ສປປ ລາວ ຮ່ວມກັບ ຈັງຫວັດນະຄອນພະນົມ ແຫ່ງຣາຊາອານາຈັກໄທ ຈັດກິດຈະກຳຍ່າງ-ແລ່ນຂ້າມຂອງ (ມາລາທອນ) ຂຶ້ນໃນວັນທີ 12 ພະຈິກ ຜ່ານມາ,ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການ ຈັງຫວັດນະຄອນພະນົມ, ພ້ອມດ້ວຍບັນດາທ່ານຮອງເຈົ້າແຂວງ, ຄະນະການນຳແຂວງ, ອົງການຈັດຕັ້ງພາກລັດ, ມູນນິທິສີໂຄດຕະບອງ ຕະຫຼອດຮອດນັກກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝັ່ງຂອງເຂົ້າຮ່ວມຢ່າງຫຼວງຫຼາຍ.
 ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວສອງຝັ່ງແມ່ນໍ້າຂອງ ແຂວງຄຳມ່ວນ-ນະຄອນພະນົມ ໃຫ້ເຊື່ອມໂຍງກັນເປັນການສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການໂຄສະນາປະຊາສຳພັັນ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວ ເພື່ອກະຕຸ້ນເສດຖະກິດ, ເປັນການສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ (ວັນທີ 11 ພະຈິກ 2011-11 ພະຈິກ 2023 ) ແລະ ສົ່ງເສີມການອອກກໍາລັງກາຍໃຫ້ຜູ້ເຂົ້າຮ່ວມໄດ້ມີສຸຂະພາບແຂງແຮງ, ທັງເພື່ອເປັນການສ້າງຄວາມສຳພັນອັນດີ ແລະ ພັດທະນາກົນໄກການປະສານງານລະຫວ່າງກັນ ແລະ ກັນ ກໍຄືຂອງສອງຊາດ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ແຂວງຄຳມ່ວນ-ຈັງຫວັດນະຄອນພະນົມ ໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ. ໃນການແຂ່ງຂັນປະກອບມີ 4 ປະເພດ ຄື: ປະເພດມາລາທອນ 42 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 213 ຄົນ, ປະເພດຮາບມາລາທອນ 21 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 507 ຄົນ, ປະເພດມິນິມາລາທອນ 10 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 768 ຄົນ ແລະ ປະເພດ ຟັນລັນ 5 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 2012 ຄົນ ຊຶ່ງຂະບວນດັ່ງກ່າວເລີ່ມຕົ້ນຈຸດປ່ອຍຈາກຂົວມິດຕະພາບ 3 ຝັ່ງຈັງຫວັດນະຄອນພະນົມ ຫາ ຝັ່ງແຂວງຄໍາມ່ວນ ແລ້ວກັບຄືນສູ່ຈຸດເດີມເປັນອັນສິ້ນສຸດ. ພິເສດ ໃນຂະບວນຍ່າງຄັ້ງນີ້ ທ່ານເຈົ້າແຂວງຄໍາມ່ວນ ແລະ ຜູ້ວ່າການຈັງຫວັດນະຄອນພະນົມ ຍັງໄດ້ຮ່ວມກິດຈະກຳຍ່າງ-ແລ່ນຂ້າມຂອງອີກດ້ວຍ.
ຂ່າວ:ແຂວງຄຳມ່ວນ