ທ້າຍອາທິດຜ່ານມານີ້, ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ພ້ອມພະແນກການອ້ອມຂ້າງແຂວງ, ເຈົ້າເມືອງໆໂຂງ, ຫ້ອງການອ້ອມຂ້າງເມືອງ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນເບື້ອງຕົ້ນກ່ຽວກັບເຮືອນຢູ່ຂອງປະທານ ຄຳໄຕ ສີພັນດອນ ຕັ້ງຢູ່ບ້ານຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈຳປາສັກ ຊຶ່ງເປັນສະຖານສຳຄັນບ້ານເກີດຂອງເພິ່ນ.
ໂອກາດນີ້, ທ່ານ ສຸປານີ ສີລິປຸນໂຍ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແຂວງຈຳປາສັກ ໄດ້ຈັດໃຫ້ມີຫຼາຍກິດຈະກຳເປັນຕົ້ນ: ຈັດພິທີປາຖະກະຖາເລົ່າມູນເຊື້ອ, ການອອກບົດຄວາມ, ບົດນໍາກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ, ການສໍາພາດການນໍາ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຈຳນວນໜຶ່ງ, ໂຄສະນາ, ເຜີຍແຜ່ຊີວິດ ແລະ ການເຄື່ອນໄຫວຂອງເພິ່ນ; ສໍາມະນາວິທະຍາສາດ - ແນວຄິດຊີ້ນໍາ, ການຮຽບຮຽງປຶ້ມ, ການສ້າງສາລະຄະດີ, ການຈັດກິດຈະກໍາແຂ່ງຂັນ ຖາມ - ຕອບ; ການສ້າງຂະບວນການອອກແຮງງານ, ຕິດປ້າຍຄໍາຂວັນຕ່າງໆ, ການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ການເຄື່ອນໄຫວ, ຈັດງານໂຮມຊຸມນຸມ ແລະ ງານຕະຫຼາດນັດ ເພື່ອສົ່ງເສີມຜະລິດຕະພັນລາວ ຢູ່ແຂວງຈໍາປາສັກ. 
ສະນັ້ນ, ຄະນະຮັບຜິດຊອບສະເຫຼີມສະຫຼອງທຸກພາກສ່ວນ ຈຶ່ງໄດ້ເຄື່ອນໄຫວລົງມາເກັບກຳຂໍ້ມູນໃນການກະກຽມຄວາມພ້ອມຮອບດ້ານເປັນຕົ້ນ: ຂໍ້ມູນເຮືອນ, ສະຖານທີ່ສຳຄັນບ່ອນເກີດ, ສະຖານທີ່ບ່ອນທຳການຜະລິດ ແລະ ການເຄື່ອນໄຫວອື່ນໆ ເພື່ອຮັກສາໄວ້ເປັນສະຖານທີ່ທ່ອງທ່ຽວ, ເປັນບ່ອນສຶກສາຮ່ຳຮຽນ, ຮຽນຮູ້ກ່ຽວກັບປະຫວັດສາດຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ. 
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ