ສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃຫ້ກັບສື່ມວນຊົນຂຶ້ນໃນວັນທີ 14 ພະຈິກ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອິນປົງ ທົງພະຈັນ ຮອງຫົວໜ້າສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ແລະ ທ່ານ ນາງ ສິຣິພອນ ສະກຸນຄູ ຜູ້ປະສານງານ ແຜນງານສຸຂະພາບຈະເລີນພັນ ພ້ອມດ້ວຍຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນແລະ ສື່ມວນຊົນເຂົ້າຮ່ວມ. 
         ການຍົກລະດັບຄວາມຮູ້ໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຊັ່ນ: ການວາງແຜນຄອບຄົວ, ການຄຸມກຳເນີດ, ການດູແລແມ່ຍິງຖືພາ, ເພດສຶກສາ; ຄຳສັບກ່ຽວກັບວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ; ຈັນຍາບັນຕໍ່ການລາຍງານຂ່າວ ກ່ຽວກັບວຽກງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວິເຄາະຕົວຢ່າງການລາຍງານທີ່ເໝາະສົມ ແລະ ບໍ່ເໝາະສົມ; ແລກປ່ຽນບົດຮຽນຈາກການລົງພາກສະໜາມເອົາຂ່າວ ແລະ ອື່ນໆ   ແນໃສ່ເຮັດໃຫ້ສື່ມວນຊົນຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ, ເພື່ອໂຄສະໜາເຜີຍແຜ່ໃຫ້ສັງຄົມ,ກໍຄືປະຊາຊົນໃນຂອບເຂດທົ່ວປະທດ ໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຖືກຕ້ອງ ນຳໄປສູ່ການມີສຸຂະພາບທີ່ແຂງແຮງ.
      ການວາງແຜນຄອບຄົວ ຈະສາມາດຊ່ວຍໃນການຕັດສິນໃຈວ່າຈະມີລູກ ຫຼື ບໍ່ມີລູກ ຊຶ່ງການຄຸມກຳເນີດກໍມີຫຼາຍປະເພດ ເປັນຕົ້ນຢາເມັດ, ການຝັງເຂັມ, ອຸປະກອນໃສ່ພາຍໃນມົດລູກ, ຂັ້ນຕອນການຜ່າຕັດທີ່ຈຳກັດການຈະເລີນພັນແລະ ວິທີການກີດຂວາງ ເຊັ່ນ: ຖົງຢາງອະນາໄມ. ນອກຈາກນີ້, ການວາງແຜນຄອບຄົວ ຍັງລວມເຖິງ  ຂໍ້ມູນກ່ຽວກັບວິທີຖືພາເມື່ອເຖິງເວລາທີ່ຕ້ອງການ, ເຊັ່ນດຽວກັນກັບການປິ່ນປົວພາວະການມີລູກຍາກ. ສະນັ້ນ ອົງການ UNFPA ໄດ້ສະໜັບສະໜູນໃນການວາງແຜນຄອບຄົວແບບສະໝັກໃຈ, ລວມທັງການຈັດຊື້ຢາຄຸມກຳເນີດ, ການຝຶກອົບຮົມຜູ້ຊ່ຽວຊານດ້ານສຸຂະພາບ ເພື່ອໃຫ້ຄຳແນະນໍາບຸກຄົນ ກ່ຽວກັບທາງເລືອກໃນການວາງແຜນຄອບຄົວຂອງເຂົາເຈົ້າຢ່າງຖືກຕ້ອງ ແລະ ລະອຽດອ່ອນ, ພ້ອມທັງການສົ່ງເສີມເພດສຶກສາແບບຄົບວົງຈອນໃນບັນດາໂຮງຮຽນຕ່າງໆ.
ຂ່າວ-ພາບ:ຍຸພິນທອງ