ໂດຍ: ພູວັນ
    ເພື່ອກະກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງທາງປະຫວັດສາດຂອງຊາດ. ເພື່ອຮັບປະກັນຄວາມພ້ອມດ້ານຕ່າງໆກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກງານສຳຄັນຮອງຮັບການເປີດປີທ່ອງທ່ຽວລາວ 2024 ໃຫ້ບັນລຸຕາມແຜນການທີ່ວາງໄວ້ຊຶ່ງຈະຈັດພິທີເປີດປີທ່ອງທ່ຽວລາວຂຶ້ນໃນວັນທີ 23 ພະຈິກນີ້ ກົງກັບບັນຍາກາດການເປີດງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2023.
    ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ວ່າ: 4 ໜ້າທີ່ວຽກສຳຄັນເພື່ອເຮັດໃຫ້ແຜນຈັດຕັ້ງປະຕິບັດກິດຈະກຳການທ່ອງທ່ຽວລາວ 2024 ບັນລຸຕາມຄາດໝາຍທີ່ວາງໄວ້ ກະຊວງ ຖວທ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຜັນຂະຫຍາຍກິດຈະກຳລະດັບຊາດ, ລະດັບທ້ອງຖິ່ນເຂົ້າສູ່ຊີວິດຕົວຈິງໃຫ້ທັນເວລາ. ສຸມໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຕອບສະໜອງຄວາມຕ້ອງການກັບທ່າອ່ຽງດ້ານການທ່ອງທ່ຽວພາກພື້ນ ແລະສາກົນ, ປັບປຸງຄຸນນະພາບການບໍລິການ ແລະ ການທ່ອງທ່ຽວ, ການຕ້ອນຮັບທີ່ອົບອຸ່ນ, ຍິ້ມແຍ້ມແຈ່ມໃສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ, ເພີ່ມທະວີການໂຄສະນາການທ່ອງທ່ຽວລາວຢ່າງແຂງແຮງ, ໂດຍນໍາໃຊ້ພາຫະນະສື່ມວນຊົນພາຍໃນ ແລະ ສື່ຕ່າງປະເທດເຂົ້າຮ່ວມງານວາງສະແດງການຕະຫຼາດທ່ອງທ່ຽວສາກົນ.
    ສຳລັບການເປີດປີທ່ອງທ່ຽວລາວຜ່ານມາເຄີຍຈັດມາແລ້ວ 3 ຄັ້ງໃນປີ 1999, 2012, 2018 ແລະ ຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 4ສຳລັບຄຳຂວັນປີທ່ອງທ່ຽວລາວ 2024 ແມ່ນທ່ອງທ່ຽວລາວປອດໄພ ຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ໂດຍກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນໍາໂຊກໃຫ້ແກ່ການທ່ອງທ່ຽວລາວປີ 2024.