ໃນວັນທີ 14 ພະຈິກ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ເຄນອິຈິ ໂຄບະຢະຊິ (Kenichi KOBAYASHI), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ Shinichi KITAOKA ທີ່ປຶກສາພິເສດ ຂອງປະທານອົງການ JICA ປະຈຳສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຢູ່ ສປປ ລາວ ມາເປັນເວລາຫຼາຍສິບປີ, ເຮັດໃຫ້ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະບານ ແລະ ປະຊາຊົນ ສອງປະເທດ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນ ເປັນກ້າວໆ; ພ້ອມນັ້ນ, ທ່ານ ນາຍົກ ລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ທີ່ມີປະສິດທິຜົນ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ຂົງເຂດກະສິກຳ, ການພັດທະ ນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ຫັດຖະກຳ ແລະ ຂົງເຂດອຶ່ນໆ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ກາຍເປັນທ່າແຮງອັນສຳຄັນ ໃຫ້ແກ່ການສ້າງສາພັດທະນາ ສປປ ລາວ ຢ່າງແທ້ຈິງ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີທ່ານເອກອັກຄະລັດຖະທູດ ກໍຄືລັດຖະບານ ຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕາມຂະ
ແໜງການທີ່ ສປປ ລາວ ມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນການພັດທະນາ ໃນປັດຈຸບັນ ກໍຄືອະນາຄົດ ໂດຍເລືອກເຟັ້ນເອົາອາສາສະໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມສາມາດສະເພາະດ້ານ ເພື່ອມາຊ່ວຍຂະ
ແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ສປປ ລາວ; ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊຸມຊົນທ້ອງຖິ່ນ ເພື່ອເປັນການປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມທັງ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ຂອງລັດຖະບານ ສປປ ລາວ.
ໂອກາດດຽວກັນ, ທ່ານ ເອກອັກຄະຣາຊະທູດ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ໄດ້ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ອາສາສະໝັກຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງ ຢູ່ ສປປ ລາວ ເຮັດໃຫ້ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ; ຫວັງຢ່າງຍິ່ງວ່າ ໃນອະນາຄົດ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຮ່ວມມືກັນ ຈັດຕັ້ງປະຕິບັດບັນດາແຜນການທີ່ໄດ້ຕົກລົງຮ່ວມກັນ ໃຫ້ມີຜົນສໍາເລັດ, ມີປະສິດທິຜົນ ແລະ ປະສິດທິຜົນ, ສາມາດນໍາເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງປະເທດ. ນອກນັ້ນ ຍັງແຈ້ງໃຫ້ຊາບ ກ່ຽວກັບສະພາບການເຄື່ອນໄຫວວຽກງານ ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ເຫັນວ່າ ນັບແຕ່ປີ 1965 ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງອາສາສະໝັກຍີ່ປຸ່ນ ຫຼາຍກວ່າ 1.059 ຄົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ເຊິ່ງມີຈຸດປະສົງ ເພື່ອແລກປ່ຽນ, ຖ່າຍທອດບົດຮຽນ ທາງດ້ານເຕັກນິກວິຊາການ ໃຫ້ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຂົງເຂດຕ່າງໆ ເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ, ຂະແໜງສາທາລະນະສຸກ, ຂະແໜງກະສິກຳ ແລະ ປ່າໄມ້, ການພັດທະນາຊົນນະບົດ ແລະ ອື່ນໆ.      
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.