ພັກ-ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືການທ່ອງທ່ຽວເປັນຂະແໜງການເສດຖະກິດປາຍແຫຼມຂອງການພັດທະນາ ແລະ ເອົາໃຈໃສ່ຊີ້ນຳ-ນຳພາສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຂະແໜງການທ່ອງທ່ຽວ ໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວປະເທດລາວ ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປິ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ໃນນັ້ນ, ປີທ່ອງທ່ຽວລາວ 2024 ໄດ້ກໍານົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ຊຶ່ງມີຄວາມໝາຍຄື: ສະແດງໃຫ້ເຫັນວ່າຊ້າງເຜືອກກໍາລັງຍົກງວງຂຶ້ນດ້ວຍຄວາມສະຫງ່າງາມ, ອົງອາດ ແລະ ກໍາລັງເປັ່ງສຽງຮ້ອງເພື່ອໃຫ້ຊາວໂລກຮັບຮູ້ເຖິງປີທ່ອງທ່ຽວລາວ 2024.  ພ້ອມນັ້ນ, ຮູບແຄນລາວແມ່ນສ່ອງແສງເຖິງຄວາມອຸດົມຮັ່ງມີທາງຮີດຄອງປະເພນີອັນດີງາມ ທາງດ້ານວັດທະນະທໍາ, ປະຫວັດສາດຂອງ ສປປ ລາວ.
 (ຂ່າວ: ວັນເພັງ)